• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ພິເສດ ຫວຽດນາມ - ຍີ່ປຸ່ນ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມທ່ານ Sugi Ryotaro ຈະສືບຕໍ່ມີຂໍ້ລິເລີ່ມ, ມີການເຄື່ອນໄຫວອັນແທດຈິງຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກກ້ວາງ ລະຫວ່າງສອງປະເທດໃນຫຼາຍຂົງເຂດ ແລະ ຍູ້ແຮງການໂຄສະນາພາບພົດຂອງ ຫວຽດນາມຢູ່ ຍີ່ປຸ່ນ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ແລະ ທ່ານ Sugi Ryotaro,
ເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ (ພາບ: TTXVN)
      ຕອນບ່າຍວັນທີ 26 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານ Sugi Ryotaro, ເອກອັກຄະລັດຖະທູດພິເສດ ຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມ ລາຍການ “ງານມະໂຫລານດົນຕີ ອາຊຽນ - ຍີ່ປຸ່ນ - ຄຳພາວະນາເພື່ອສັນຕິພາບ” ໃນຂອບເຂດຂໍ້ລິເລີ່ມວັນ  ອາຊຽນ - ຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນຕັ້ງໜ້າຂອງທ່ານ Sugi Ryotaro ໃຫ້ແກ່ການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນໃນຕະຫຼອດ 30 ປີທີ່ຜ່ານມາ, ທ່ານເຊື່ອໝັ້ນວ່າໃນໄລຍະຈະມາເຖິງ, ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານ Sugi Ryotaro ຈະສືບຕໍ່ມີຂໍ້ລິເລີ່ມ, ມີການເຄື່ອນໄຫວອັນແທດຈິງຫຼາຍຢ່າງເພື່ອປະກອບສ່ວນເຂົ້າໃນເລື່ອງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກກ້ວາງ ລະຫວ່າງສອງປະເທດໃນຫຼາຍຂົງເຂດ ແລະ ຍູ້ແຮງການໂຄສະນາພາບພົດຂອງ ຫວຽດນາມຢູ່ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top