• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຢ້ຽມຢາມບຣາຊີນຢ່າງເປັນທາງການ

ໃນຂອບເຂດການຢ້ຽມຢາມ ບຣາຊີນ ຢ່າງເປັນທາງການ, ວັນທີ 2 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ເຂົ້າຢ້ຽມຄ່ຳນັບທ່ານປະທານາທິບໍດີ ບຣາຊີນ Michel Temer, ພົບປະ ແລະ ເຮັດວຽກກັບບັນດາລັດຖະມົນຕີ

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ພົບປະກັບ ທ່ານປະທານາທິບໍດີ ບຣາຊີນ Michel Temer,

ຄື: ລັດຖະມົນຕີການຕ່າງປະເທດ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລະ ການບໍລິການ, ລັດຖະມົນຕີກະຊວງກະສິກຳ ລ້ຽງສັດ ແລະ ສະຫນອງ ຂອງບຣາຊີນ ແລະ ເປັນສັກຂິພິຍານພິທີລົງນາມໃນບັນດາເອກະສານຮ່ວມມືລະຫວ່າງສອງປະເທດ.

ເມື່ອພົບປະກັບປະທານາທິບໍດີ ບຣາຊີນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ: ຫວຽດນາມ ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ບຣາຊີນ ໃນເວທີສາກົນ, ຖືເປັນສຳຄັນການພົວພັນກັບ ບຣາຊີນ. ທ່ານປະທານາທິບໍດີ ບຣາຊີນ Michel Temer ຢືນຢັນ: ບຣາຊີນ ຖືເປັນສຳຄັນທີ່ຕັ້ງບົດບາດຂອງຫວຽດນາມ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ບຣາຊີນ ຂອງທ່ານຮອງນາຍກລັດຖະມົນຕີ ເວືອງດີງເຫ້ວ ໃນການປັບປຸງ ແລະ ເປີດກວ້າງການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານຂອງ ບຣາຊີນ ກັບຫວຽດນາມ ກວ່າອີກ.

ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດ ບຣາຊີນ Aloysio Nunes Ferreira, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຢືນຢັນ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ບຣາຊີນ ເວົ້າສະເພາະ ແລະ ຜ່ານການພົວພັນນີ້ ຈະຊຸກຍູ້ການຮ່ວມມືກັບກຸ່ມຕະຫລາດລວມ ອາເມລິກາໃຕ້.

ເມື່ອພົບປະກັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ແລະ ບໍລິການ ບຣາຊີນ, Marcos Jorge, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ສະເຫນີ ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຈັດຕັ້ງການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການລົງທຶນ, ການຮ່ວມມື.  ທ່ານລັດຖະມົນຕີ Marcos Jorge ສະເຫນີ ສອງຝ່າຍດຳເນີນການລົງນາມໃນສັນຍາອາລັກຂາການລົງທຶນໂດຍໄວ, ເຫັນດີຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ຈະສະເຫນີລັດຖະບານ ບຣາຊີນ ພິຈາລະນາຮັບຮອງຂໍ້ກຳນົດເສດຖະກິດການຕະຫລາດຂອງຫວຽດນາມໃນປີ 2018.

(ແຫຼ່ງຄັດຈາກ VOV)

 

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top