ຕອນບ່າຍວັນທີ 22 ທັນວາ ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງຖະແຫລງຂ່າວ ກຳປູເຈຍ ໂດຍທ່ານ ລັດຖະມົນຕີ Khieu Kanharith ເປັນຫົວຫນ້າຄະນະ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບທ່ານ ລັດຖະມົນຕີກະຊວງຖະແຫລງຂ່າວ ກຳປູເຈຍ Khieu Kanharith
ເຂົ້າຮ່ວມພິທີຕ້ອນຮັບຍັງມີທ່ານ ຫງວຽນເທກີ໋ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ.
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ: ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວພັດທະນາກະໂດດຂັ້ນ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຕີລາຄາສູງບັນດາຜົນງານແຫ່ງການຮ່ວມມືອັນດີງາມລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ກັບກະຊວງຖະແຫລງຂ່າວກຳປູເຈຍ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ກຳປູເຈຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີ ໃຫ້ສອງຝ່າຍສືບຕໍ່ຄົ້ນຄ້ວາ, ຊີ້ນຳເພີ່ມເວລາອອກອາກາດລາຍການກະຈາຍສຽງພາສາຫວຽດ ແລະ ພາສາກຳປູເຈຍ, ເພີ່ມເຕີມບັນດາລາຍການວັດທະນະທຳ, ສິລະປະ ແນະນຳກ່ຽວກັບປະເທດຊາດ, ຊາວຫວຽດນາມ - ກຳປູເຈຍ ຜ່ານຄື້ນຂອງວິທະຍຸກະຈາຍສຽງແຫ່ງຊາດ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ລະຫວ່າງປະຊາຊົນສອງປະເທດ.

ແຫຼ່ງຄັດຈາກ VOV