• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງເຈລະຈາກັບລັດຖະມົນຕີການຕ່າງປະເທດປອກຕຸຍການ

      ສືບຕໍ່ການຢ້ຽມຢາມ ປອກຕຸຍການ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ເຈລະຈາກັບລັດຖະມົນຕີການຕ່າງປະເທດ ປອກຕຸຍການ Augusto Santos Silva. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ
ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ປອກຕຸຍການ      Augusto Santos Silva. 

      ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນສອງຝ່າຍ ແລະ ຢືນຢັນວ່າ: ຄວນເພີ່ມທະວີການທາບທາມດ້ານການເມືອງ, ການສົມທົບລະຫ່າງສອງກະຊວງການຕ່າງປະເທດ. ສອງຝ່າຍເຫັນດີຄວນສ້າງບັນດາກົນໄກຮ່ວມມືເພື່ອກຳນົດທິດ ແລະ ວາງອອກບັນດາມາດຕະການລະອຽດ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສູ້ຊົນນຳວົງເງິນການຄ້າເພີ່ມຂຶ້ນ ແຕ່ 350 ລ້ານໂດລາສະຫະລັດໃນປະຈຸບັນ ໃຫ້ຂຶ້ນເຖິງ 1 ຕື້ ໂດລາສະຫະລັດໃນປີ 2020, ເພີ່ມທະວີການສົມທົບກັນຢູ່ເວທີປາໄສສາກົນ ແລະ ພາກພື້ນ. ສອງຝ່າຍໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ມີເຮັດວຽກກັບລັດຖະມົນຕີເສດຖະກິດ ປອກຕຸຍການ Manuel Caldeira Cabral. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ: ສອງຝ່າຍພ້ອມກັນຮ່ວມມືລົງທຶນໃນຂົງເຂດ ຊື່ງ ປອກຕຸຍການ ມີທ່າແຮງຄື: ເສດຖະກິດທະເລ, ການຂົນສົ່ງທາງທະເລ, ພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃຫມ່. ຫວຽດນາມ ປາດຖະຫນາຢາກເພີ່ມທະວີການສົ່ງອອກໄປຍັງ ປອກຕຸຍການ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top