• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານລັດຖະມົນຕີ ກະຊວງພາຍໃນ ກໍາປູເຈຍ

ວັນທີ 14 ມີນາ, ທີ່ສໍານັກງານ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Teng Savong, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກໍາປູເຈຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ທ່ານ ພົນເອກ ໂງຊວນລິກ ຕ້ອນຮັບ ທ່ານພົນເອກ Teng Savong (ພາບ: qdnd.vn)
ວັນທີ 14 ມີນາ, ທີ່ສໍານັກງານ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Teng Savong, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກໍາປູເຈຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນເອກ ໂງຊວນລິກ ໄດ້ຊົມເຊີຍບັນດາຜົນງານທີ່ ກໍາປູເຈຍບັນລຸໄດ້ ໃນບັນດາຂົງເຂດ ດ້ານ ເສດຖະກິດ,  ການເມືອງ ແລະ ສັງຄົມ. ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງຂະແໜງກົດລັບຂອງສອງປະເທດໃນໄລຍະຜ່ານມາ. ທ່ານ ພົນເອກ ໂງຊວນລິກ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມື, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ເຝິກອົບໂຮມໃຫ້ພະນັກງານ, ຜ່ານນັ້ນ ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີ, ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະ ກໍາປູເຈຍກວ່າອີກ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ.

Top