• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີບຸນກາຣີຢັ້ງຢືນວ່າຫວຽດນາມແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດ ຢູ່ອາຊີຕາເວັນອອກສ່ຽງໃຕ້

      ວັນທີ 1 ຕຸລາ, ທ່ານເຈືອງຮວ່າບິ່ງຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານໄດ້ມີການພົບປະແລກປ່ຽນຄຳຄິດເຫັນກັບທ່ານ Rumen Radevປະທານາທິບໍດີບຸນກາຣີ. 

ທ່ານເຈືອງຮວ່າບິ່ງຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານ ແລະ ທ່ານ Rumen Radev
ປະທານາທິບໍດີບຸນກາຣີ (ພາບ: TTXVN)
      ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານໄດ້ແຈ້ງໃຫ້ທ່ານປະທານາທິບໍດີ ບຸນກາຣີຮັບຊາບກ່ຽວກັບໝາກຜົນແຫ່ງການພົບປະເຈລະຈາກັບທ່ານTomislavDonchevຮອງນາຍົກລັດຖະມົນຕີບຸນກາຣີ, ພ້ອມດຽວກັນນັ້ນ, ກໍ່ໄດ້ສະເໜີໃຫ້ບຸນກາຣີຊຸກຍູ້ສະຫະພາບເອີລົບ (EU) ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ-EU (EVFTA) ແລະສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ-ເອລົບ (EVIPA) ໂດຍໄວ, ເພື່ອສ້າງກຳລັງໜູນໃຫ້ແກ່ການພົວພັນທາງດ້ານເສດຖະກິດລະຫວ່າງສອງ ປະເທດຕື່ມອີກ.
        ທ່ານປະທານາທິບໍດີບຸນກາລີRumen Radevຢັ້ງຢືນວ່າ: ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນຂອງບຸນກາຣີຢູ່ອາຊີຕາເວັນອອກສ່ຽງໃຕ້; ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຂະແໜງການເພື່ອແນໃສ່ຊຸກຍູ້  ການຮ່ວມມືສອງຝ່າຍພິເສດແມ່ນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ; ຊົມເຊີຍບັນດາມາດຕະການທີ່ໄດ້ເຫັນດີເປັນເອກະພາບເພື່ອແນໃສ່ການຊຸກຍູ້ການຮ່ວມມືໃນທຸກຂົງເຂດ.
        ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານເຈືອງຮວ່າບິ່ງຂໍຖືເປັນກຽດສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມຫງວຽນຝູຈ້ອງໃຫ້ທ່ານປະທານາທິບໍດີບຸນກາຣີໄປຢ້ຽມຢາມສສຫວຽດນາມໃນປີ 2020 ເນື່ອງໃນໂອກາດຄົບຮອບ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ.
        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ, ຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງກໍ່ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ; ພົບປະກັບປະທານກຳມາທິການຍຸດຕິທຳສະພາແຫ່ງຊາດບຸນກາຣີ; ກຸ່ມສະມາຊິກລັດຖະສະພາມິດຕະພາບບຸນກາຣີ-ຫວຽດນາມ; ຢ້ຽມຢາມສະຖາທູດຫວຽດນາມປະຈຳບຸນກາຣີ, ພົບປະແລະໂອ້ລົມກັບບັນດາພະນັກງານ, ພາລະກອນສະຖານທູດແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ບຸນກາຣີ./.
 (ແຫຼ່ງຄັດຈາກ VOV)
 
 
 
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top