• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ ຍາດແຍ່ງກາລະໂອກາດ

      ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ Kim Jong-un ຈົ່ງຍາດແຍ່ງກາລະໂອກາດ       ຫັນປ່ຽນ ສປປ.ເກົາຫຼີ ໂດຍຜ່ານການປອດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ອາວຸດ ນິວເຄຼຍ ພຽງແຕ່ນໍາມາເຊິ່ງ ສິ່ງທີ່ຊົ່ວຮ້າຍເທົ່ານັ້ນ.
      ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮຽກຮ້ອງໃຫ້ການນໍາ ສປປ.ເກົາຫຼີ Kim Jong-un ຈົ່ງຍາດແຍ່ງກາລະໂອກາດ ຫັນປ່ຽນ ສປປ.ເກົາຫຼີ ໂດຍຜ່ານການປອດນິວເຄຼຍ, ພ້ອມທັງກ່າວເຕືອນວ່າ ອາວຸດ ນິວເຄຼຍ ພຽງແຕ່ນໍາມາເຊິ່ງ “ສິ່ງທີ່ຊົ່ວຮ້າຍ” ເທົ່ານັ້ນ.


ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:TTXVN) 
      ກ່າວຄໍາເຫັນໃນການຖະແຫຼງຂ່າວຮ່ວມ ກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພາຍຫຼັງການພົບປະສຸດຍອດ ຢູ່ ຍີ່່ປຸ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ທ່ານຍັງຫວັງວ່າ ການນໍາ ສປປ.ເກົາຫຼີ ຈະຍາດແຍ່ງກາລະໂອກາດ ເພື່ອຫັນປ່ຽນປະເທດຂອງທ່ານ ໂດຍຜ່ານການປອດນິວເຄຼຍ. ນີ້ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງກ່ຽວກັບດ້ານເສດຖະກິດ ແລະ ໃນຫຼາຍຂົງເຂດອື່ນໆ. ໃນຄໍາຮຽກຮ້ອງດັ່ງກ່າວ ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການເຕີບໂຕດ້ານເສດຖະກິດ ກໍຄື ບັນດາທ່າໄດ້ປຽບ ກ່ຽວກັບປະຊາກອນ ຂອງ ສປປ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top