• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມພາກພື້ນ ອາຊີ

      ວັນທີ 03 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເດີນທາງອອກຈາກນະຄອນຫລວງ ວໍຊິງຕັນ, ເລີ່ມຕົ້ນການຢ້ຽມຢາມ 5 ປະເທດພາກພື້ນ ອາຊີ ທີ່ແກ່ຍາວເປັນເວລາເກືອບ 2 ອາທິດ. 

 ທ່ານປະທານາທິບໍດີ Donald Trump ຈະຢ້ຽມຢາມ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ຫວຽດນາມ ແລະ ຟີລິບປີນ (ພາບ: Getty Images)
      ທ່ານປະທານາທິບໍດີ Donald Trump ຈະຢ້ຽມຢາມ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ຫວຽດນາມ ແລະ ຟີລິບປີນ ເຊິ່ງແຕ່ວັນທີ 03 – 15 ພະຈິກ 2017. ການຢ້ຽມຢາມແມ່ນແນໃສ່ເນັ້ນໜັກເຖິງຄຳໝັ້ນສັນຍາຂອງທ່ານປະທານາທິບໍດີ Donald Trump ສ ຳລັບບັນດາການພົວພັນສຳພັນທະມິດ ແລະ ຄູ່ຮ່ວມມືດົນນານຂອງ ອາເມລິກາ, ພ້ອມທັງຢືນຢັນຄືນໃໝ່ຄຳໝັ້ນສັນຍາເສລີ ແລະ ເປີດອົກເປີດໃຈ ຊຸກຍູ້ພາກພື້ນມະຫາສະໝຸດອິນເດຍ - ມະຫາສະໝຸດປາຊີຟິກ
        ວັນທີ 10 ພະຈິກ, ທ່ານປະທານາທິບໍດີ Donald Trump ຈະມາຮອດ ດ່າໜັງ (ຫວຽດນາມ) ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ມີບົດກ່າວປາໄສຢູ່ກອງປະຊຸມບັນດາຜູ້ອຳນວຍການໃຫຍ່ວິສາຫະກິດຂອງ APEC.
 (ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top