• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ຢູ່ ຫວຽດນາມ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump 
(ພາບ:Reuters)
      ວັນ​ທີ 20/04 ກ່າວ​ຄຳ​ເຫັນ​ທີ່​ສຳ​ນັກ​ງານ ອາ​ຊຽນ ປະ​ຈຳ​ນະ​ຄອນ​ຫລວງ Jakatar ປະ​ເທດ ອິນ​ໂດ​ເນ​ເຊຍ ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຈະ​ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ທີ່​ດຳ​ເນີນ​ຢູ່ ຟີ​ລິບ​ປິນ ແລະ ຫວຽດ​ນາມ ໃນ​ທ້າຍ​ປີນ​ີ້. ພາຍ​ຫລັງ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລ​ເລືອງ​ມິງ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ ອາ​ຊຽນ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ອວຍ​ພອນ ອາ​ຊຽນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ, ພ້ອ​ມ ກັນ​ນັ້ນປີ 2017 ກໍ່​ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ. ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Mike Pence ເນັ້ນ​ໜັກ​ວ່າ ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ  Donald Trump ຈະ​ຮ່ວມ​ມື​ກັບ ອາ​ຊຽນ ໃນ​ບັນ​ດາ​ຂົງ​ເຂດ​ຄື: ​ປ້ອງກ​ັນ​ຄວາມ​ສະ​ຫງົບ, ການ​ຄ້າ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top