• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະເຂົ້າຮ່ວມກອງປະຊຸມ APPF – 29 ທາງໄກ

      ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະກ່າວປາໄສຢູ່ 2 ວາລະປະຊຸມຄົບຄະນະທີ່ສຳຄັນຂອງ ກອງປະຊຸມກ່ຽວກັບບັນຫາການເມືອງ, ການປ້ອງກັນຄວາມສະຫງົບ ແລະ ບັນຫາດ້ານເສດຖະກິດ, ການຄ້າ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ (ພາບ: TTXVN)
      ຕາມແຈ້ງການຂອງ ກຳມາທິການການພົວພັນຕ່າງປະເທດ ສະພາແຫ່ງຊາດແລ້ວ, ວັນທີ 9 ທັນວາ ປີ 2021 ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Park Byeong Seug, ປະທານສະພາແຫ່ງຊາດສ.ເກົາຫຼີ - ປະເທດເຈົ້າພາບຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 29 ທີ່ປາໄສລັດຖະສະພາອາຊີ - ປາຊີຟິກ (APPF-29), ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ນຳໜ້າ ຈະເຂົ້າຮ່ວມກອງປະຊຸມທາງໄກ ໃນລະຫວ່າງວັນທີ 13 – 15 ທັນວາ ປີ 2021.
      ແລະຕາມແຈ້ງການຈາກຄະນະກຳມາທິການການພົວພັນຕ່າງປະເທດຂອງ ຫວຽດນາມ, ໂດຍໄດ້ຮັບຄຳເຊີນຈາກທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug, ແລະ ທ່ານ Om Birla ແລະ ທ່ານVenkaiah Naidu ປະທານສະພາຕ່ຳ ແລະ ສະພາສູງ ສ.ອິນເດຍ, , ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ສສ.ຫວຽດນາມ ໄປຢ້ຽມຢາມ ສ. ເກົາຫຼີ ແລະ ສ.ອິນເດຍ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 19 ທັນວາ ປີ 2021.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top