• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອວິທະຍາຄານຄວາມສະຫງົບປະຊາຊົນ

      ພາຍຫຼັງ 75 ປີ, ວິທະຍາຄານຄວາມສະຫງົບປະຊາຊົນ ໄດ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ມີການປະກອບສ່ວນຫຼາຍຢ່າງທີ່ມີຕໍ່ພາລະກິດແຫ່ງການບຳລຸງສ້າງ, ຝຶກອົບຮົມພະນັກງານຕຳຫຼວດ
ປະເທດ ຫວຽດນາມ ຫງວຽນຊວັນຟຸກ ມອບຫຼຽນໄຊວິລະກຳຊັ້ນໜຶ່ງ)
      ຕອນເຊົ້າວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອວິທະຍາຄານຄວາມສະຫງົບປະຊາຊົນ, ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ.
        ປີ 1946, ໂຮງຮຽນຝຶກອົບຮົບຕຳຫຼວດ ໄດ້ສ້າງຕັ້ງຂຶ້ນຕາມດຳລັດຂອງກະຊວງພາຍໃນປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ. ນີ້ແມ່ນໂຮງຮຽນທຳອິດຂອງກຳລັງຕຳຫຼວດປະຕິວັດ ແລະ ເປັນຕົ້ນກຳເນີດຂອງວິທະຍາຄານຄວາມສະຫງົບປະຊາຊົນໃນປະຈຸບັນ. ພາຍຫຼັງ 75 ປີ, ວິທະຍາຄານຄວາມສະຫງົບປະຊາຊົນ ໄດ້ເຕີບໃຫຍ່, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ມີການປະກອບສ່ວນຫຼາຍຢ່າງທີ່ມີຕໍ່ພາລະກິດແຫ່ງການບຳລຸງສ້າງ, ຝຶກອົບຮົມພະນັກງານຕຳຫຼວດ ຮັບໃຊ້ຄວາມຮຽກຮ້ອງຂອງໜ້າທີ່ສ້າງສາປະເທດຊາດ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ຈັດກະພັດ ອາເມລິກາ ແລະ ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປະຈຸບັນ.
        ທີ່ພິທີ, ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບຫຼຽນໄຊວິລະຊົນຊັ້ນໜຶ່ງໃຫ້ແກ່ວິທະຍາຄານຄວາມສະຫງົບປະຊາຊົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກອອກບາງໜ້າທີ່ສຳຄັນສຳລັບວິທະຍາຄານ, ໃນນັ້ນຕ້ອງປົກປັກຮັກສາບັນດາຜົນງານການປະຕິວັດ, ຜົນປະໂຫຍດແຫ່ງຊາດ, ຂອງຊາດ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບໄວຢ່າງໝັ້ນຄົງ. 
(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top