• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສົ່ງຈົດໝາຍເຖິງທ່ານປະທານາທິບໍດີ ອາເມລິກາ Joe Biden

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊົມເຊີຍ ແລະ ຂອບອົກຂອບໃຈອາເມລິກາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເມື່ອໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 4 ຕື້ USD ໃຫ້ແກ່ຂໍ້ລິເລີມສຳພັດວັກຊິນທົ່ວໂລກກັນໂຄວິດ-19 (COVAX).

ວັນທີ 30 ພຶດສະພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ພິເສດແມ່ນເພີ່ມທະວີການຮ່ວມມືໃນການຮັບມືກັບໂລກລະບາດໂຄວິດ-19.

ໃນຈົດໝາຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຊົມເຊີຍ ແລະ ຂອບອົກຂອບໃຈອາເມລິກາ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເມື່ອໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 4 ຕື້ USD ໃຫ້ແກ່ຂໍ້ລິເລີມສຳພັດວັກຊິນທົ່ວໂລກກັນໂຄວິດ-19 (COVAX) ແລະ ແຈ້ງທ່ານປະທານາທິບໍດີອາເມລິກາ Joe Biden ຊາບກ່ຽວກັບເລື່ອງຫວຽດນາມ ໄດ້ຮັບວັກຊິນເປັນ 2 ຄັ້ງ ດ້ວຍປະລິມານປະມານ 2,5 ລ້ານໂດສ ຈາກຂໍ້ລິເລີ່ມດັ່ງກ່າວ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍ່ຊົມເຊີຍເລື່ອງອາເມລິກາ ຈະໃຫ້ຄຳໝັ້ນສັນຍາປະກອບວັກຊິນກັນໂຄວິດ-19 ຕື່ມອີກ 80 ໂດສໃຫ້ແກ່ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມມີການຜັນແປຢ່າງສັນສົນ. ທ່ານປະທານປະເທດປາດຖະໜາວ່າ, ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ແລະ ບັນດາປະເທດກ່ຽວກັບແຫຼ່ງສະໜອງວັກຊິນ, ພ້ອມທັງໜີໃຫ້ 2 ຝ່າຍເພີ່ມທະວີຮ່ວມມືຄົ້ນຄວ້າ, ຜະລິດ ແລະ ຖ່າຍຖອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19.

ທ່ານປະທານປະເທດຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັນອາເມລິກາ ເປັນສຳຄັນ ແລະ ເຊື່ອໝັ້ນວ່າ ບົນຈິດໃຈຮ່ວມມືມິດຕະພາບ, 2 ຝ່າຍຈະສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top