• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ

      ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108.
ຕາມແຫຼ່ງຂ່າວຈາກຄະນະປົກປ້ອງ ແລະ ດູແລສຸຂະພາບພະນັກງານສູນກາງພັກ, ທ່ານ ເຈິ່ນດ້າຍກວາງ, ເກີດປີ 1956, ກຳມະການກົມການເມືອງ, ປະທານປະເທດແຫ່ງສສ.ຫວຽດນາມ, ເນື່ອງມາຈາກທ່ານເປັນພະຍາດທີ່ໜັກໜ່ວງຮ້າຍແຮງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກບັນດາສາດສະດາຈານ, ທ່ານໝໍຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາການນຳພັກ, ລັດໄດ້ເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂໃນການປິ່ນປົວແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດໄດ້.
        ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 10 ໂມງ 05 ນາທີ, ວັນທີ 21/09/2018 ຢູ່ໂຮງໝໍກອງທັບສູນກາງ 108.
ຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ
        ວັນທີ 02/04, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ທ່ານ ເຈິ່ນດ້າຍກວາງ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ສຳນັກຂ່າວສານຫວຽດນາມ ຂໍແນະນຳຊີວະປະຫວັດຫຍໍ້ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.
1.  ຊື່ແລະນາມສະກຸນ: ເຈິ່ນດ້າຍກວາງ (TRẦN ĐẠI QUANG)
2.  ວັນ, ເດືອນ, ປີເກີດ: 12/10/1956.
3.  ບ້ານເກີດ: ຕາແສງ ກວາງທ້ຽນ, ເມືອງກິມເຊີນ, ແຂວງນິງບິ່ງ.
4.  ບ່ອນຢູ່ປະຈຸບັນ: ຕາແສງ ເຍີນຈິງ, ເມືອງ ແທງຊວນ, ນະຄອນຮ່າໂນ້ຍ.
5.  ຊົນເຜົ່າ: ກິງ; ສາສະໜາ: ບໍ່ຖືສາສະໜາໃດ
6.  ລະດັບວິຊາສະເພາະ: ປະລິຍາເອກດ້ານກົດໝາຍວິທະຍາ, ມະຫາວິທະຍາໄລປ້ອງກັນຄວາມສະຫງົບ
-      ລະດັບການສຶກສາ: ປະລິຍາເອກ; ວຸດທິການສຶກສາ; ສາດສະດາຈານ
-      ທິດສະດີການເມືອງ: ຊັ້ນສູງ
-      ພາສາຕ່າງປະເທດ: ພາສາຈີນ ຊັ້ນສູງ
7.  ບ່ອນເຮັດວຽກ: ກະຊວງຕຳຫຼວດ, ເລກທີ 44 ອຽດກຽວ, ຮ່າໂນ້ຍ
8.  ວັນເຂົ້າເປັນສະມາຊິກພັກສຳຮອງ: 26/07/1980; ວັນເຂົ້າເປັນສະມາຊິກພັກສົມບູນ 26/07/1981.
9.  ສະມາຊິກສະພາແຫ່ງຊາດຊຸດທີ 14.
10.      ສະຫຼຸບຫຍໍ້ວິວັດການປະຕິບັດງານ.
-      ນັບແຕ່ເດືອນ 07/1972 – ເດືອນ 10/1975: ຮຽນຢູ່ໂຮງຮຽນຕຳຫຼວດປະຊາຊົນສູນກາງ ແລະ ໂຮງຮຽນວິທະຍາໄລພາສາຕ່າງປະເທດ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).
-      ນັບແຕ່ເດືອນ 10/1975 - ເດືອນ 06/1987: ເປັນພະນັກງານກົມປ້ອງກັນການເມືອງເລກ I, ຫຼັງຈາກນັ້ນໄດ້ແຍກເປັນກົມປ້ອງກັນການເມືອງເລດ II, ດຳລົງຕຳແໜ່ງເປັນຮອງຫົວໜ້າຫ້ອງ , ກົມປົກກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫຼວດ).
-         ແຕ່ເດືອນ 06/1987 - ເດືອນ 06/1990: ເປັນຫົວໜ້າຫ້ອງການເສນາທິການ ແລະ ຫົວໜ້າຫ້ອງ ການສືບສວນ, ກົມປ້ອງກັນການເມືອງເລກ II, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ).
-         ແຕ່ເດືອນ 06/1990 - ເດືອນ 09/1996: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ (ປະຈຸບັນແມ່ນກະຊວງຕຳຫລວດ).
-         ແຕ່ເດືອນ 09/1996 - ເດືອນ 10/2000: ເປັນຫົວໜ້າກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ກຳມະການຄະນະບໍລິຫານງານອົງຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ກຳມະການຄະນະປະຈຳຄະນະພັກກົມໃຫຍ່ປ້ອງກັນຄວາມສະຫງົບ, ເລຂາຄະນະພັກກົມເສນາທິການປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ.
-         ແຕ່ເດືອນ 10/2000 - ເດືອນ 04/2006: ເປັນຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຈັດຕະວາ (2003); ໄດ້ຮັບວຸດທິການສຶກສາຮອງສາດສະດາຈານ (2003).
-         ແຕ່ເດືອນ 04/2006 - ເດືອນ 01/2011: ເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 10, ກຳມະການຄະນະພັກຕຳຫລວດສູນກາງ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ເປັນຮອງລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນຕີ (2007); ໄດ້ຮັບວຸດທິການສຶກສາສາດສະດາຈານ (2009).
-         ແຕ່ເດືອນ 01/2011 - ເດືອນ 08/2011: ເປັນກຳມະການກົມການເມືອງຄະນະບໍລິຫານງານສູນກາງພັກ, ກຳມະການຄະນະປະຈຳຄະນະພັກຕຳຫລວດສູນກາງ, ຮອງລັດຖະມົນຕີກະຊວງຕຳຫລວດ.
-         ແຕ່ເດືອນ 08/2011 ມາຮອດວັນທີ 02/04/2016: ກຳມະການກົມການເມືອງ (ຊຸດທີ 11, 12), ກຳມະການສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ກຳມະກ//ານຄະນະກຳມະການພັກລັດຖະບານ, ເລຂາຄະນະພັກຕຳຫລວດສູນກາງ; ລັດຖະມົນຕີກະຊວງຕຳຫລວດ; ໄດ້ປະດັບຊັ້ນພົນໂທ (2011), ພົນເອກ (2012); ເປັນຫົວໜ້າຄະນະຊີ້ນຳເຂດໄຕງວຽນ; ເປັນສະມາຊິກສະພາແຫ່ງຊາດຊຸດທີ 13; ເປັນຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ; ຮອງຫົວໜ້າອະນຸກຳມະການປ້ອງກັນການເມືອງພາຍໃນສູນກາງ.
-         ວັນທີ 02/04/2016 ມາຮອດປະຈຸບັນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ 13 ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງ ສສ.ຫວຽດນາມ ./.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top