• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະຫນາຫວຽດນາມ

      ຕອນບ່າຍວັນທີ 23 ພະຈິກ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ມີການພົບປະສັງສັນກັບ ຄະນະຜູ້ແທນ ສະພາບໍລິຫານງານ, ສະພາສົງສູນກາງສະມາຄົມພຸດທະສາສະຫນາ ຫວຽດນາມ ອາຍຸການ 2017-2022.

 ທ່ານປະທານປະເທດເຈີນດ້າຍກວາງກ່າວຄຳເຫັນທີ່ການພົບປະ
      ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຢືນຢັນ: ກອງປະຊຸມໃຫຍ່ຜູ້ແທນ ພຸດທະສາສະຫນາທົ່ວປະເທດ ຄັ້ງທີ VIII ແມ່ນເຫດການສາສະຫນາສຳຄັນ, ແມ່ນງານບຸນຂອງທົ່ວພະສົງສຳມະເນນ, ພຸດທະສາສະນິກະຊົນໃນທົ່ວປະເທດ ຫວຽດນາມ. ທ່ານປະທານປະເທດ ກໍຕີລາຄາສູງ ກອງປະຊຸມໃຫຍ່ ໄດ້ປະຕິບັດຫລາຍເນື້ອໃນສຳຄັນ, ວາງອອກທິດທາງວຽກງານຫນ້າທີ່ໃນໄລຍະຈະມາເຖິງ.
ທ່ານປະທານປະເທດ ເນັ້ນຫນັກວ່າ:
      “ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ປາດຖະຫນາວ່າ ໂດຍສືບທອດມູນເຊື້ອກວ່າ 2000 ປີ ທີ່ສະຫນິດຕິດພັນ, ຮ່ວມເດີນທາງກັບຊາດ, ສະມາຄົມພຸດທະສາສະຫນາຫວຽດນາມ ສືບຕໍ່ສ້າງສາ, ພັດທະນາ ສະມາຄົມພຸດທະສາສະຫນາໃຫ້ໝັ້ນຄົງ, ເຂັ້ມແຂງ, ລະດົມກຳລັງໃຈພະສົງສຳມະເນນ, ພຸດທະສາສະນິກະຊົນຢູ່ພາຍໃນ ແລະ ຕ່າງປະເທດ ສາມັກຄີນຳກັນຢ່າງແຫນ້ນແຟ້ນກັບປະຊາຊົນທຸກຊັ້ນວັນນະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ສະຫງົບສຸກ.”
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top