• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຈີນສີຈິ້ນຜິງ:ການພັດທະນາເສດຖະກິດ, ມີຄວາມກົມກຽວກັບຜົນປະໂຫຍດຂອງປະຊາຊົນ

      ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດທຸລະກິດAPEC ທີ່ນະຄອນດ່າຫນັງ, ຕອນບ່າຍວັນທີ 10 ພະຈິກ, ທ່ານເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ນຜິງ ໄດ້ເນັ້ນຫນັກຢ່າງແຮງເຖິງການສ້າງປະຊາຄົມດ້ວຍອະນາຄົດລວມໃຫ້ມວນມະນຸດ ແລະ ບັນລຸໄດ້ການພັດທະນາລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານປະທານປະເທດຈີນ ສີຈິ້ນຜິງ
ພາບ:vietnam+
      ທ່ານປະທານປະເທດຈີນ ສີຈິ້ນຜິງ ເນັ້ນຫນັກວ່າ: ໃນໄລຍະ 10 ປີຜ່ານມາ ນັບແຕ່ເມືອວິກິດການການເງິນເກີດຂຶ້ນ, ປະຊາຄົມສາກົນ ໄດ້ມີການຮ່ວມມືນຳກັນຢ່າງແຫນ້ນແຟ້ນເພື່ອນຳ   ພື້ນຖານເສດຖະກິດທົ່ວໂລກຟື້ນຕົວ. ຍ້ອນມີຄວາມມານະພະຍາຍາມຂອງບັນດາຝ່າຍ, ພື້ນຖານເສດຖະກິດທົ່ວໂລກພວມໄດ້ຮັບການປັບປຸງ, ເຖິງວ່າຍັງມີ ຄວາມສ່ຽງ ແລະ ຂໍ້ຄົງຄ້າງຈຳນວນຫນຶ່ງ. ສະນັ້ນ ບັນດາປະເທດຍັງຄົງຕ້ອງຕິດຕາມບັນດາທ່າອ່ຽງໃຫມ່ຂອງພື້ນຖານເສດຖະກິດໂລກ, ຄາດຄະເນບັນດາທ່າອ່ຽງໃຫມ່ເພື່ອກະທຳ.
        “ພວກເຮົາພວມເຫັນປະຈັກຕາບັນດາການປ່ຽນແປງຢ່າງເລິກເຊິ່ງໃນການເຕີບໂຕເສດຖະກິດທົ່ວໂລກ, ຮຽກຮ້ອງລະບົບຄຸ້ມຄອງທົ່ວໂລກຕ້ອງມີບັນດາການປ່ຽນແປງຢ່າງເໝາະສົມ. ພວກເຮົາຄວນສືບຕາມລັດທິຫລາຍຝ່າຍ, ສືບຕາມການພັດທະນາລວມຜ່ານການສ້າງບັນດາສາຍພົວພັນຄູ່ຮ່ວມມື ແລະ ສ້າງປະຊາຄົມລວມເພື່ອອະນາຄົດຂອງມວນມະນຸດ.”
ທ່ານປະທານປະເທດຈີນ ສີຈິ້ນຜິງ ສະເຫນີ ຊຸກຍູ້ພື້ນຖານເສດຖະກິດເປີດທີ່ມີປະໂຫຍດໃຫ້ແກ່ໝົດທຸກຄົນ. ກ່ຽວກັບການເປີດກວ້າງການພົວພັນຮ່ວມມືໃຫມ່ ເພື່ອມີອະນາຄົດລວມໃຫ້ມວນມະນຸດ, ທ່ານປະທານປະເທດຈີນ ຖືວ່າ: ບັນດາພື້ນຖານເສດຖະກິດສະມາຊິກ APEC ພ້ອມກັນສ້າງໂລກແຫ່ງສັນຕິພາບ, ປອດໄພ ແລະ ວັດທະນາຖາວອນລວມ.
        “ຈີນ ຍາມໃດກໍ່ຖືຄຸນຄ່າສັນຕິພາບທົ່ວໂລກເປັນສຳຄັນ. ແລະ ນີ້ແມ່ນຄຸນຄ່າສຳຄັນທີ່ສຸດ. ພວກຂ້າພະເຈົ້າມີຄຳໝັ້ນສັນຍາ ຈະສ້າງການພັດທະນາສັນຕິພາບສະຖຽນລະພາບໃນພາກພື້ນ ອາຊີ - ປາຊີຟິກ. ຈີນ ຍາມໃດກໍເຄົາລົບຫລັກການຮັບປະກັນຄວາມສະເຫມີພາບ ແລະ ສັນຕິພາບ ສ້າງຄູ່ຮ່ວມມື ເພື່ອຜົນປະໂຫຍດຂອງທຸກປະເທດ ແລະ ສ້າງຂອບເຂດການຮ່ວມມືສາກົນ ອີງໃສ່ຫລັກການສະເຫມີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປາດຖະຫນາຢາກສ້າງລະບົບຄຸ້ມຄອງທົ່ວໂລກ ແລະ ໂລກມີຄວາມຍຸຕິທຳ.”
(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top