ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີ APEC 2017, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການເຮັດວຽກກັບການນຳສະພາທີ່ປຶກສາວິສາຫະກິດ APEC 2017.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການເຮັດວຽກ
ສະພາທີ່ປຶກສາດຳເນີນທຸລະກິດ APEC 2017, ຫ້ອງການໆຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ລາຍງານສະພາບການ, ໝາກຜົນການເຄື່ອນໄຫວຂອງສະພາທີ່ປຶກສາດຳເນີນທຸລະກິດ APEC 2017 ກໍ່ຄືບັນດາຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດ APEC ຍື່ນສະເໜີບັນດາການນຳບັນດາພື້ນຖານເສດຖະກິດ APEC. ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດ APEC, ເປັນຕົ້ນແມ່ນບັນດາຂໍ້ສະເໜີແນະກ່ຽວກັບການສືບຕໍ່ຊຸກຍູ້ການຫັນເປັນເສລີ, ສ້າງເງຶ່ອນໄຂສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການບໍລິການ, ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະ ກາງ, ວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ພື້ນຖານເສດຖະກິດດີຈີຕອນ. ທ່ານປະທານປະເທດ ເນັ້ນນັກວ່າການຈັດຕັງປີ APEC 2017 ແມ່ນຈຸດສຸມທາງດ້ານການພົວພັນຕ່າງປະເທດຂອງ ຫວຽດນາມ, ສະພາທີ່ປຶກສາດຳເນີນທຸລະກິດ APEC 2017, ຫ້ອງການໆຄ້າ ແລະ ອຸດສາຫະກຳ ຫວຽດນາມ ຄວນສົມທົບກັບຄະນະເລຂາແຫ່ງຊາດ APEC 2017 ແລະ ບັນດາອົງການຜູ້ຕາງໜ້າປະຊາຄົມວິສາຫະກິດບັນດາພື້ນຖານເສດຖະກິດ APEC ຢ່າງແໜ້ນແຟ້ນ, ສືບຕໍ່ກະກຽມເນື້ອໃນ, ໂຄງການດຳເນີນງານບັນດາເຫດການທີ່ກ່ຽວຂ້ອງເຖິງວິສາຫະກິດໃນສັບປະດາສຸດຍອດ APEC 2017 ຢ່າງຮອບຄອບຖີ່ຖ້ວນ. ດ້ວຍຖານະຕຳແໜ່ງເປັນປະທານປີ APEC 2017, ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ຮັບເອົາບົດລາຍງານ ແລະ ຂໍ້ສະເໜີແນະ 20 ຂໍ້ ຂອງສະພາທີ່ປຶກສາດຳເນີນທຸລະກິດ APEC 2017 ຍື່ນສະເໜີຕໍ່ບັນດາການນຳບັນດາພື້ນຖານເສດຖະກິດ APEC.
(ແຫຼ່ງຄັດຈາກ VOV)