• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ເຈີນດ້າຍກວາງ ຕ້ອນຮັບຜູ້ອຳນວຍການທະນາຄານໂລກປະຈຳຫວຽດນາມ


ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງຕ້ອນ​ຮັບ​ທ່ານ Ousmane Dione,
ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ

      ຕອ​ນ​ບ່າຍ​ວັນ​ທີ 15/12 ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ Ousmane Dione, ຜູ້​ອຳ​ນວຍ​ການ​ທະ​ນາ​ຄານ​ໂລກ ປະ​ຈຳ​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ສະ​ເຫ​ນີ: ໄລ​ຍະ​ຈະ​ມາ​ເຖິງ ທ່ານ Ousmane Dione ສຸມ​ໃສ່​ສະ​ຫນອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຊ່ວຍ​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ການ​ກຳ​ນົດ​ທິດ​ທີ່​ໄດ້​ວາງ​ອອກ​ໃນ​ບັນ​ດາ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ. ສົມ​ທົບ​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ຂອງ​ລັດ​ຖະ​ບານ ເພື່ອ​ສ້າງ​ເອ​ກະ​ສານ​ຂອບ​ເຂດ​ການ​ຮ່ວມ​ມື​ແຫ່ງ​ຊາດ ຫວຽດ​ນາມ - ທະ​ນາ​ຄານ​ໂລກ ໄລ​ຍະ​ໃຫມ່ ບົນ​ຈິດ​ໃຈ​ເໝາະ​ສົມ​ກັບ​ບັນ​ດາ​ການ​ກຳ​ນົດ​ທິດ​ຍຸດ​ທະ​ສາດ​ຊື່ງກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 12 ຂອງ​ພັກ​ວາງ​ອອກ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ຂອງ ທະ​ນາ​ຄານ​ໂລກ ໃນ​ບົດ​ລາຍ​ງານ​ຫວຽດ​ນາມ​ປີ 2035. ຜ່ານນັ້ນ ຊ່ວຍ​ໃຫ້ ທະ​ນາ​ຄານ​ໂລກ ແລະ ຫວຽດ​ນາມ ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ. ສ່ວນ​ທ່ານ Ousmane Dione ສະ​ແດງ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ຫ​ນ້າ​ທີ່​ເຮັດ​ວຽກ​ຢູ່​ຫວຽດ​ນາມ​ເມື່ອ​ເດືອນ 9/2016 ແລະ ມີ​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ທະ​ນາ​ຄານ​ໂລກ ແລະ ຫວຽດ​ນາມ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ສືບ​ຕໍ່​ປຸກ​ລຸກ​ນ້ຳ​ໃຈ​ປ່ຽນ​ແປງ​ໃໝ່​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ

ຊີວິດ ແລະ ພາລະກິດຂອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ ຕິດພັນກັບຂະບວນການປະຕິວັດແຕ່ຊຸມປີ 1930 ຢູ່ພາກເໜືອ ຫວຽດນາມ ແລະ ຫຼາຍປີຢູ່ພາກໃຕ້ ຫວຽດນາມ ກ່ອນທີ່ຮັບດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ເມື່ອປີ 1986.

Top