• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ລົງ​ເຮັດ​ວຽກ​ຢູ່​ແຂວງ ຖ໊າຍ​ບິ່ງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ໃຫ້ວາງສີລາລຶກ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ລຽນຮ່າຖ໊າຍ.

ງານວາງສີລາລຶກ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ລຽນຮ່າຖ໊າຍ (Green iP-1) (ພາບ: VGP)

ຕອນເຊົ້າວັນທີ 13 ທັນວາ ຢູ່ເທດສະບານ ຢຽມດ່ຽນ, ເມືອງ ຖ໊າຍຖຸ້ຍ, ແຂວງຖ໊າຍບິ່ງ ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ໃຫ້ວາງສີລາລຶກ ໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດພື້ນຖານໂຄງລ່າງເຂດອຸດສາຫະກຳ ລຽນຮ່າຖ໊າຍ (Green iP-1) ຊຶ່ງມີເນື້ອທີ່ກວ້າງ 588,84 ha. ໂຄງການດັ່ງກ່າວ ມີເງິນລົງທຶນທັງໝົດ 3.885 ຕື້ ດົ່ງ, ຕັ້ງຢູ່ຕາແສງ ຖຸ້ຍລຽນ ແລະ ເທດສະບານ ຢຽມດຽນ, ກຳນົດເວລາປະຕິບັດໂຄງການດັ່ງກ່າວ ແມ່ນ 50 ປີ. ເມື່ອນຳເຂົ້າເຄື່ອນໄຫວ, ໂຄງການດັ່ງກ່າວຈະສົ່ງຜົນກະທົບຢ່າງແຮງເຖິງການພັດທະນາເສດຖະກິດ - ສັງຄົມຂອງແຂວງຖ໊າຍບິ່ງ ແລະ ບັນດາແຂວງເຂດທົ່ງພຽງແມ່ນ້ຳແດງ ທາງພາກເໜືອຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ງານເປີດສະຫຼອງອະນຸສາວະລີ ລຸງໂຮ່ ກັບຊາວກະສິກອນ ຫວຽດນາມ (ພາບ: TTXVN)
 
ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 12 ທັນວາ, ຢູ່ສະໜາມຫຼວງ ຖ໊າຍບິ່ງ, ນະຄອນ ຖ໊າຍບິ່ງ, ແຂວງ ຖ໊າຍບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເປີດສະຫຼອງອະນຸສາວະລີ ລຸງໂຮ່ ກັບຊາວກະສິກອນ ຫວຽດນາມ.  ຄາວ ປະທານໂຮ່ຈີມິນ ຍັງມີຊີວິດຢູ່, ເພິ່ນໄດ້ແວ່ຢາມແຂວງ 5 ຄັ້ງ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top