• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຂະແໜງສາທາລະນະສຸກນະຄອນ ເກີ່ນເທີ ຕ້ອງນຳໜ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19

      ຕອນບ່າຍວັນທີ 22 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບຂະແໜງສາທາລະນະສຸກນະຄອນ ເກີ່ນເທີ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຂະແໜງສາທາລະນະສຸກນະຄອນ ເກີ່ນເທີ (ພາບ: VOV)
            ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕາງໜ້າລັດຖະບານ ສະແດງຄວາມຊົມເຊີຍນະຄອນ ເກີ່ນເທີ ທີ່ບັນລຸໄດ້ຜົນສຳເລັດໃນເບື້ອງຕົ້ນໃນການຮັບມືກັບການແຜ່ລະບາດຄັ້ງຕ່າງໆຂອງໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ທ່ານນາຍົກລັດຖະມົນຕີ ກໍຕັກເຕືອນວ່າ ນະຄອນ ເກີ່ນເທີ ມີທີ່ຕັ້ງບົດບາດສຳຄັນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ແມ່ນໃຈກາງຂອງເຂດ, ແມ່ນປະຕູເຊື່ອມຈອດສະໜາມບິນສາກົນ ເກີ່ນເທີ ກັບບັນດາທ້ອງຖິ່ນອື່ນ ແລະ ໃກ້ທີ່ສຸດແມ່ນ ກຳປູເຈຍ, ເຊິ່ງເປັນປະເທດທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ດັ່ງນັ້ນ, ຄວນສຸມໃສ່ການປະຕິບັດບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ, ຮີບດ່ວນ, ທັນການ ແລະ ມີປະສິດທິຜົນກວ່າອີກໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ.
        ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍໄດ້ໄປຢ້ຽມຢາມ, ລະດົມກຳລັງໃຈພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່ຕ້ານ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃນເຂດແຍກຕົວລວມໝູ່ ຢູ່ກອງພັນໃຫຍ່ 926 ຂຶ້ນກັບກອງບັນຊາການທະຫານ ແຂວງ ຈ່າວິງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top