• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຄະນະວິສາຫະກິດທີ່ມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ2020

      ໃນໄລຍະຈະມາເຖິງ ບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດເວົ້າສະເພາະ ແລະ ປະຊາຄົມວິສາຫະກິດ, ນັກທຸລະກິດຫວຽດນາມເວົ້າລວມ ສືບຕໍ່ເສີມຂະຫຍາຍບົດບາດນຳຫນ້າ  

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: TTXVN) 
      ຕອນບ່າຍວັນທີ 25 ພະຈິກ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຄະນະຜູ້ແທນ 124 ວິສາຫະກິດ ມີຜະລິດຕະພັນບັນລຸເຄື່ອງໝາຍການຄ້າແຫ່ງຊາດປີ 2020.
            ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງສະພາເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ, ກະຊວງອຸດສາຫະກຳການຄ້າ ແລະບັນດາກະຊວງຂະແຫນງການທອ້ງຖິ່ນໃນວຽກງານຊີ້ນຳຜັນຂະຫຍາຍ ແລະບັນລຸໄດ້ບັນດາຜົນສຳເລັດເປັນຫນ້າຮັບຮູ້ໃນການເຄື່ອນໄຫວສ້າງ ແລະ ໂຄສະນາພາບພົດປະເທດຫວຽດນາມ.
            ທ່ານນາຍົກລັດຖະມົນຕີ ສະເຫນີ: ໃນໄລຍະຈະມາເຖິງ ບັນດາວິສາຫະກິດບັນລຸເຄື່ອງໝາຍການຄ້າແຫ່ງຊາດເວົ້າສະເພາະ ແລະ ປະຊາຄົມວິສາຫະກິດ, ນັກທຸລະກິດຫວຽດນາມເວົ້າລວມ ສືບຕໍ່ເສີມຂະຫຍາຍບົດບາດນຳຫນ້າ  ການປ່ຽນໃຫມ່ ປະດິດຄິດສ້າງໃນການເຊື່ອມໂຍງເຂົ້າກັບສາກົນ, ສົມເປັນກຳລັງຫນູນສຳຄັນໃນພາລະກິດສ້າງສາ ປ່ຽນໃຫມ່ ແລະ ພັດທະນາປະເທດຊາດ.
            ທ່ານນາຍົກລັດຖະມົນຕີ ສະເຫນີ ສະພາເຄ່ື່ອງໝາຍການຄ້າແຫ່ງຊາດຫວຽດນາມແລະກະຊວງອຸດສາຫະກຳການຄ້າ ສ້າງເງື່ອນໄຂສະດວກກ່ຽວກັບນະໂຍບາຍ, ແຫລ່ງກຳລັງ ເພື່ອຫນູນຊ່ວຍບັນດາວິສາຫະກິດເຂົ້າຮ່ວມຕັ້ງຫນ້າໃນວິວັດການສ້າງພາບພົດປະເທດຫວຽດນາມ, ປະກອບສ່ວນນຳເຄື່ອງໝາຍການຄ້າ ຫວຽດນາມ ນັບມື້ນັບພັດທະນາ ກາຍເປັນຈຸດເດັ່ນໃນແຜນທີ່ເສດຖະກິດໂລກ.
 (ແຫຼ່ງຄັດຈາກ VOV)
 
 

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top