• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ປະຕິບັດການແຍກຕົວທົ່ວສັງຄົມໃນຂອບເຂດທົ່ວປະເທດໃນເວລາ 15 ວັນ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫາກໍ່ປະກາດຄຳສັ່ງເລກທີ 16 ກ່ຽວກັບການປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ຄຳສັ່ງໄດ້ຊີ້ແຈ້ງວ່າ: ໂລກລະບາດ Covid – 19 ໄດ້ ແຜ່ລະບາດໃນຂອບເຂດທົ່ວໂລກ ແລະ ຢູ່ ຫວຽດນາມ, ຈຳນວນຜູ້ຕິດເຊື້ອ Covid – 19 ພວມນັບມື້ນັບເພີ່ມຂຶ້ນຢ່າງວ່ອງໄວໃນແຕ່ລະວັນ ແລະມີຄວາມສ່ຽງແຜ່ລະບາດອອກສູ່ວົງຄະນະຍາດ.ຄາດຄະເນວ່າ ໂລກລະບາດຈະແຜ່ລະບາດຢ່າງວ່ອງໄວໃນວົງກ້ວາງ, ນາບຂູ່ຢ່າງຮ້າຍແຮງເຖິງຊີວິດອິນຊີ, ສຸຂະພາບຂອງມະນຸດ ແລະ ເສດຖະກິດ - ສັງຄົມ ຂອງປະເທດຊາດ. ດ້ວຍເນື້ອໃນຈິດໃຈຖືສຸຂະພາບ ແລະ ຊີວິດອິນຊີຂອງມະນຸດເໜືອກ່ວາສິ່ງໃດໝົດ, ເພື່ອສືບຕໍ່ເປັນເຈົ້າການສະກັດກັ້ນ, ຄວບຄຸມໂລກລະບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ ສຸມໃສ່ຢ່າງສູງສຸດປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກ, ປະຕິບັດຕາມບັນດາຄຳສັ່ງຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ປະຕິບັດບັນດາມາດຕະການຮີບດ່ວນຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top