• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ແຂ່ງຂັນຮັກຊາດຕ້ອງສ້າງກຳລັງຫນູນໃຫມ່

      ຕອນເຊົ້າວັນທີ 20 ກຸມພາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະທານສະພາແຂ່ງຂັນຍ້ອງຍໍສູນກາງ ໄດ້ເປັນປະທານກອງປະຊຸມປະເມີນຜົນການປະຕິບັດຫນ້າທີ່ວຽກງານປີ 2019 ບັນດາຫນ້າທີ່ຈຸດສຸມໃນປີ 2020.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:VGP/Quang Hieu
      ທ່ານນາຍົກລັດຖະມົນຕີ ຕີລາຄາສູງຄຸນນະພາບບັນດາຂະບວນການແຂ່ງຂັນຮັກຊາດ  ໄດ້ປະກອບສ່ວນໂດຍກົງເຂົ້າໃນໝາກຜົນຊື່ງປະເທດຊາດບັນລຸໄດ້ໃນປີ 2019 ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ປະຊາຊົນຕໍ່ກັບພັກ, ລັດ, ຍົກສູງແຫລ່ງກຳລັງແຮງດ້ານເສດຖະກິດ, ຊີວິດການເປັນຢູ່ຂອງປະຊາຊົນ, ອິດທິພົນຊື່ສຽງຂອງຫວຽດນາມຕໍ່ກັບສາກົນ. ກ່ຽວກັບຫນ້າທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳບັນດາຂະບວນການແຂ່ງຂັນຮັກຊາດ ຕ້ອງສືບຕໍ່ມີການປ່ຽນໃຫມ່:
“ທີຫນຶ່ງ ແມ່ນຈັດຕັ້ງການປຸກລະດົມບັນດາຂະບວນການແຂ່ງຂັນ, ຮີບເຮັ່ງຈັດຕັ້ງບັນດາຂະບວນການແຂ່ງຂັນ, ທະວີຄູນຂະບວນການແຂ່ງຂັນ. ທີສອງ ຕ້ອງປະຕິບັດເປົ້າໝາຍພັດທະນາເສດຖະກິດ ສັງຄົມ, ຮັກສາສະຖຽນລະພາບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັບປະກັນທຸກດ້ານໃນຊີວິດສັງຄົມ ບໍ່ປະໃຫ້ອຶດອັກຊັກຊ້າ. ນີ້ແມ່ນຫນ້າທີ່ຂອງທັງລະບົບການເມືອງ, ຮຽກຮ້ອງຕ້ອງມີນ້ຳໃຈຮັກຊາດ ມີຄວາມຕັດສິນໃຈຢ່າງສູງກວ່າຈຶ່ງບັນລຸໄດ້”
(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top