• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສະຫຼຸບ EVN

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜ້າທີ່ແຖວໜ້າຂອງ EVN ແມ່ນຮັບປະກັນການສະໜອງໄຟຟ້າ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງພຽງພໍ, ບໍ່ໃຫ້ເກີດສະພາບການບໍ່ມີໄຟຟ້ານຳໃຊ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ ສ່ວນບຸກຄົນດີເດັ່ນ
(ພາບ: VGP)
      ຕອນເຊົ້າ 25 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ໃນປີ 2020 ຂອງ ກຸ່ມບໍລິສັດໄຟຟ້າ ຫວຽດນາມ - EVN, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜ້າທີ່ແຖວໜ້າຂອງ EVN ແມ່ນຮັບປະກັນການສະໜອງໄຟຟ້າ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງພຽງພໍ, ບໍ່ໃຫ້ເກີດສະພາບການບໍ່ມີໄຟຟ້ານຳໃຊ້. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງໄຟຟ້າຕ້ອງຖືນີ້ແມ່ນຄຳສັ່ງເພື່ອ ຕັດສິນໃຈປະຕິບັດ.
        ຕາມການຕີລາຄາຂອງເວທີປາໄສເສດຖະກິດໂລກ (WEF), ຫວຽດນາມຢືນຢູ່ອັນດັບທີ 27 ໃນຈຳນວນ190 ປະເທດ ແລະ ເຂດແຄ້ວນ, ຢູ່ອັນດັບທີ 4 ອາຊຽນ ກ່ຽວກັບການສະໜອງໄຟຟ້າ, ລື່ນກາຍເປົ້າໝາຍ 2 ປີເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຂອງ ລັດຖະບານ, ເລື່ອງສະໜອງການບໍລິການສະໜອງໄຟຟ້າຜ່ານປະຕູບໍລິການສາທາລະນະແຫ່ງຊາດເຊິ່ງ EVN ພວມຜັນຂະຫຍາຍ, ໄດ້ປະກອບສ່ວນສ້າງຄວາມໂປ່ງໃສ ແລະ ຄວາມສະດວກໃຫ້ແກ່ຜູ້ນຳໃຊ້ໄຟຟ້າ. ກ່ຽວກັບໜ້າທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ກ່າວວ່າ:
        ຮັບປະກັນການເປັນເຈົ້າການໃນການສະໜອງໄຟຟ້າໃຫ້ແກ່ພື້ນຖານເສດຖະກິດທົ່ວປະເທດ, ບໍ່ປະໃຫ້ເກີດສະພາບບໍ່ມີໄຟຟ້າໃຊ້ຖືນີ້ ແມ່ນຄຳສັ່ງ. ຍ້ອນວ່າໄຟຟ້າໃນປັດຈຸບັນບໍ່ພຽງແຕ່ແມ່ນປັດໄຈຂອງການພັດທະນາເທົ່ານັ້ນແຕ່ຍັງແມ່ນບັນຫາຄວາມໝັ້ນຄົງ, ຄວາມປອດໄພທົ່ວສັງຄົມອີກດ້ວຍ. ລະດັບຄວາມຮູ້ຂອງປະຊາຊົນຍິ່ງສູງເທົ່າໃດ, ຄວາມຕ້ອງການໄຟຟ້າກໍ່ຍິ່ງຫຼາຍເທົ່ານັ້ນ, ຮຽກຮ້ອງໃຫ້ຕອບສະໜອງໄດ້ສິ່ງນີ້.
 (ແຫຼ່ງຄັດຈາກ VOV)

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ສັບ​ປະ​ດາ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ: ປັນ​ຍາ​ປະ​ດິດ​ແມ່ນ​ກຳ​ລັງ​ໜູນ​ສຳ​ຄັນ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ຮູບ​ແບບ​ການ​ເຕີບ​ໂຕ

ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ.

Top