• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫຼີ

      ຕ້ອນເຊົ້າວັນທີ 26 ພະຈິກ ຢູ່ນະຄອນ Busan, ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳ ອາຊຽນ ແລະ ປະທານາທິບໍດີ ສ.ເກົາຫຼີ ເຂົ້າຮ່ວມກອງປະຊຸມຄັ້ງ ທີ 1 ຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ 30 ປີ ແຫ່ງການພົວພັນຄູ່ຮ່ວມມື ອາຊຽນ - ສ.ເກົາຫຼີ ດ້ວຍຫົວຂໍ້ ການພົວພັນ ອາຊຽນ - ສ.ເກົາຫຼີ: 30 ປີ ທີ່ຜ່ານມາ ແລະ 30 ປີຕໍ່ໄປ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ  
(ພາບ: TTXVN)
      ທີ່ກອງປະຊຸມ, ການນຳບັນດາປະເທດ ອາຊຽນມີຄວາມປາດຖະໜາວ່າ ສ.ເກົາຫຼີ ສືບຕໍ່ຕັ້ງໜ້າໜູນຊ່ວຍ ອາຊຽນຍູ້ແຮງການເຊື່ອມຈອດ, ສ້າງປະຊາຄົມ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈໂດຍອາຊຽນເປັນປະທານ, ຮ່ວມມືກັນໃນການຮັບມືກັບບັນດາສິ່ງທ້າທາຍ, ອາດຊະຍາກຳແບບໃໝ່ ຢ່າງມີປະສິດທິຜົນ.
        ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢັ້ງຢືນຈະຍູ້ແຮງການຮ່ວມມືພ້ອມກັບບັນດາປະເທດອາຊຽນ ໃຫ້ຫຼາຍກ່ວາອີກບົນເນື້ອໃນຈິດໃຈນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່, ພ້ອມກັນກໍ່ສ້າງປະຊາຄົມທີ່ມີຄວາມສະໜິດແໜ້ນຢ່າງໝັ້ນຄົງ, ຖືປະຊາຊົນເປັນໃຈກາງ, ປະຊາຄົມທີ່ມີແນວຄວາມຄິດປະດິດສ້າງ ເພື່ອການວັດທະນາຖາວອນລວມ ແລະ ປະຊາຄົມເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
        ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານ ຫງວຽນຊວັນຟຸກນາຍົກລັດຖະມົນຕີ ໄດ້ຍົກອອກບາງຂໍ້ກຳນົດທິດຮ່ວມມືສຳຄັນໃຫ້ແກ່ 30 ປີຕໍ່ໄປລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ. ພ້ອມທັງຢັ້ງຢືນການຮັກສາຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງ ບັນດາປະເທດທັງໝົດ, ສະເໜີໃຫ້ ສ.ເກົາຫຼີ ສະໜັບສະໜູນຫຼັກໝັ້ນຫຼັກການຂອງ ອາຊຽນ, ຖືຄວາມສຳຄັນການປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982), ເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC) ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ, ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມເສລີດ້ານການຄ້າຢູ່ທະເລຕາເວັນອອກ.
        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ແລະ ການນຳບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດວິສະຫາກິດ Startup ອາຊຽນ - ສ.ເກົາຫຼີ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top