• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານປະທານສະພາຕໍ່າ ກາຊັກສະຖານ

      ວັນທີ 14 ພະຈິກ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Nurlan Nigmatulin, ປະທານສະພາຕໍ່າ ກາຊັກສະຖານ, ເຊິ່ງເປັນ 1 ໃນ 5 ສະມາຊິກຂອງສະຫະພັນ ເສດຖະກິດ ອາຊີີ - ເອີຣົບ (EAEU),  ສະຫະພັນທີ່ມີ FTA ກັບ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານປະທານສະພາຕໍ່າ ກາຊັກສະຖານ   Nurlan Nigmatulin (ພາບ: TTXVN)
      ທ່ານປະທານສະພາຕໍ່າ Nurlan Nigmatulin ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງ ກາຊັກສະຖານ ຢູ່ ອາຊີຕາເວັນອອກສ່ຽງໃຕ້. ກ່ຽວກັບການພົວພັນລະຫວ່າງສອງປະເທດ, ທ່ານປະທານສະພາຕໍ່າ ກາຊັກສະຖານ ຖືວ່າ, ສອງຝ່າຍ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໂດຍສະເພາະແມ່ນຂົງເຂດກະສິກໍາ, ອຸດສາຫະກໍາເບົາ, ຄົມມະນາຄົມ, logistics ແລະ ການທ່ອງທ່ຽວ. ທ່ານເຊື້ອເຊີນບັນດາຄູ່ຮ່ວມມືຂອງຫວຽດນາມ ໄປເຄື່ອນໄຫວດໍາເນີນທຸລະກິດ ແລະ ຮ່ວມມື ຢູ່ກາຊັກສະຖານ.
        ເຫັນດີຕໍ່ຂໍ້ສະເໜີແນະຂອງທ່ານປະທານສະພາຕໍ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກໃຫ້ ກາຊັກສະຖານ ຕັ້ງໜ້າສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງການໂດຍສັນຕິວິທີ, ຜ່ານການເຈລະຈາທາງການທູດ, ເຄົາລົບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ສອງຝ່າຍ ຕີລາຄາຜົນຂອງການຜັນຂະຫຍາຍ ສັນຍາ FTA ລະຫວ່າງຫວຽດນາມ ກັບ ສະຫະພັນ ເສດຖະກິດ ອາຊີ - ເອີຣົບ ຢ່າງແທດຈິງ; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນວິສາຫະກິດ, ຈັດຕັ້ງງານຕະຫຼາດນັດ, ງານວາງສະແດງ,ເວທີປາໄສວິສາຫະກິດຢູ່ທັງສອງປະເທດ; ຊຸກຍູ້ການຮ່ວມມືລົງທຶນ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ສອງປະເທດມີທ່າແຮງ. 
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top