• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມນັດສາມັນເດືອນຕຸລາຂອງລັດຖະບານ

ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນເດືອນຕຸລາ ຂອງລັດຖະບານ. ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຄະນະຜູ້ແທນຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຢູ່ ໄທ ຢ່າງສຳເລັດຜົນ.


 ກອງປະຊຸມນັດສາມັນເດືອນຕຸລາຂອງລັດຖະບານ

(ພາບ: VGP)


ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ສະພາບການເສດຖະກິດສັງຄົມ ໃນເດືອນຕຸລາ ແລະ 10 ເດືອນຜ່ານມາບັນລຸໝາກຜົນຕັ້ງຫນ້າ. ຂົງເຂດກະສິກຳ ພັດທະນາເປັນປົກກະຕິ, ອຸດສາຫະກຳສືບຕໍ່ທ່າເຕີບໂຕ, ບັນລຸ 9,5%. ຕະຫລາດ ພາຍໃນພັດທະນາດີ. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການສົ່ງອອກ ເພີ່ມຂຶ້ນ 7,4%, ສົ່ງອອກເກີນດຸ່ນປະມານ 7 ຕື້ USD. ເງິນລົງທຶນຂອງຕ່າງປະເທດບັນລຸ 16 ຕື້ USD. ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງເທື່ອລະກ້າວ.

“ບັນດາອົງການຈັດຕັ້ງສາກົນ ລ້ວນແຕ່ຕີລາຄາສູງ ຫວຽດນາມ, ໃນນັ້ນ ມີທະນາຄານໂລກ ຕີລາຄາ ສະພາບການເສດຖະກິດຂອງຫວຽດນາມຍັງຄົງແມ່ນຈຸດເດັ່ນໃນໄລຍະກາງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ຄວນຕີລາຄາໝາກຜົນຢ່າງພາວະວິໄສເພື່ອສ້າງຄວາມເຊື່ອໝັ້ນ, ຄວາມປິຕິຊົມຊື່ນໃຫ້ປະຊາຊົນ ແລະ ສັງຄົມ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top