• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບບາງວິສາຫະກິດ, ນັກລົງທຶນຕ່າງປະເທດ

ຕອນບ່າຍວັນທີ 26 ເມສາ, ທີ່ນະຄອນຫລວງ ປັກກີ່ງ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah ຂອງ ຮົ່ງກົງ (ຈີນ) ທັງເປັນປະທານຫ້ອງການການຄ້າ ຮົ່ງກົງ - ຫວຽດນາມ ແລະ ທ່ານ David Chow Kam Fai ປະທານກຸ່ມບໍລິສັດ Legendale ຂອງ ມາເກົ້າ (ຈີນ).

ທ່ານ Jonathan Choi ໄດ້ສະແດງຄວາມເບີກບານມ່ວນຊື່ນກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເວທີປາໄສ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”,  ຜ່ານນັ້ນ ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ຈີນ, ສ້າງກຳລັງໜູນຕື່ມອີກ ເພື່ອໃຫ້ວິສາຫະກິດ 2 ປະເທດຊຸກຍູ້ການຮ່ວມມື.

 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Jonathan Choi

 ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາວິສາຫະກິດ ຮົ່ງກົງ, ຈີນ ຈະສືບຕໍ່ລົງທຶນໃຫ້ຫລາຍກ່ວາອີກ, ມີຄຸນນະພາບດີກ່ວາ, ເປີດກ້ວາງຂົງເຂດການລົງທຶນເຂົ້າ ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການຕ້ອນຮັບທ່ານ David Chow Kam Fai ປະທານກຸ່ມບໍລິສັດ Legendale, ທ່ານ David Chow Kam Fai ໃຫ້ຮູ້ວ່າ ທ່ານມີຄວາມສົນໃຈ ຫວຽດນາມ ທີ່ສຸດ ແລະ ປາດຖະໜາຢາກລົງທຶນເຂົ້າ 2 ຂົງເຂດແມ່ນທ່ອງທ່ຽວ ແລະ ກະສິກຳເຕັກໂນໂລຊີສູງ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານ David Chow Kam Fai

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top