ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຫລຽນໄຊແຮງງານຊັ້ນສອງໃຫ້ແກ່ໂຮງຮຽນ
ພາບ:chinhphu.vn
ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ໂລກພວມມີການປ່ຽນແປງຢ່າງວ່ອງໄວ ດ້ວຍການປະຕິວັດອຸດສາຫະກຳ 4.0, ສັງກາດດີຈີຕອນ, ໃນນັ້ນ ພູມປັນຍາ ແລະ ການປະດິດຄິດສ້າງແມ່ນປັດໄຈພື້ນຖານຕັດສິນຊີ້ຂາດກຳລັງແຮງ, ຄວາມສາມາດແກ້ງແຍ້ງ ແລະ ທີ່ຕັ້ງບົດບາດຂອງແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ສະເຫນີ ຄູອາຈານ, ນັກຮຽນ ໃນໂຮງຮຽນວ່າ:
“ບົນຈິດໃຈປ່ຽນໃຫມ່ດ້ານການສຶກສາ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ໝາກຜົນທີ່ບັນລຸໄດ້ໃນ 55 ປີຜ່ານມາ, ຂ້າພະເຈົ້າປາດຖະຫນາວ່າ ໂຮງຮຽນມັດທະຍົມ ດາຟຸກ ເວົ້າສະເພາະ ພ້ອມກັບລະບົບບັນດາໂຮງຮຽນມັດທະຍົມໃນທົ່ວປະເທດເວົ້າລວມ ຈະ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສູ້ຊົນແຂ່ງຂັນການສອນດີຮຽນເກັ່ງ, ປ່ຽນໃຫມ່ວິທີການສິດສອນຕາມທິດທັນສະໄຫມ”
ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຫລຽນໄຊແຮງງານຊັ້ນສອງໃຫ້ແກ່ໂຮງຮຽນດັ່ງກ່າວ.
(ແຫຼ່ງຄັດຈາກ VOV)