• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ SK Group ສ.ເກົາຫຼີ

ວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Chey  Tae –won, ປະທານກຸ່ມບໍລິສັດ SK Group ສ.ເກົາຫຼີ ເຊິ່ງພວມມີການຢ້ຽມຢາມ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນດໍາເນີນທຸລະກິດ ຢູ່ຫວຽດນາມ.

ຕີລາຄາສູງທ່າແຮງຂອງ SK ແມ່ນກຸ່ມບໍລິສັດຫຼາຍຂະແໜງ ຄື ພະລັງງານ, ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ທ່ານນາຍົກລັດຖະມົນຕີສະເໜີວ່າ ກຸ່ມບໍລິສັດ SK ຈະສຶບຕໍ່ສະໜັບສະໜູນບັນດາການກໍານົດທິດຂອງລັດຖະບານ ຫວຽດນາມ ໃນການພັດທະນາເສດຖະກິດ, ໜູນຊ່ວຍ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃນການຄົ້ນຄວ້າຍຸດທະສາດແຫ່ງຊາດ ໃນສະພາບການປະຕິບັດອຸດສາຫະກໍາ 4.0, ກໍຄືສະໜັບສະໜູນການສ້າງຕັ້ງ ສູນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງແຫ່ງຊາດ.

        ທ່ານຫງວຽນຊວນຟຸກ ເນັ້ນໜັ້ກວ່າ, ລັດຖະບານພວມຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດໍາເນີນທຸລະກິດ ແລະ ບັນລຸໄດ້ໝາກຜົນຫຼາຍພໍສົມຄວນໃນຊຸມປີມໍ່ໆມານີ້, ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ໃນນັ້ນມີນັກລົງທຶນ ສ.ເກົາຫຼີ. ພ້ອມທັງປາດຖະໜາວ່າ ບັນດານັກລົງທຶນ ສ.ເກົາຫຼີ ແລະ ກຸ່ມບໍລິສັດ SK ຈະສືບຕໍ່ເປີດກວ້າງການເຄືື່ອນໄຫວລົງທຶນດໍາເນີນທຸລະກິດຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)


ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top