• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບເຈົ້າຊີວິດແບນຊິກ

      ວັນທີ 18 ຕຸລາ, ທີ່ການພົບປະກັບເຈົ້າຊີວິດ ແບນຊິກ Phillippe,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ແບນຊິກ, , ຊື່ງແມ່ນປະເທດສະມາຊິກ ລິເລີ່ມ ແລະ ມີບົດບາດສຳຄັນຂອງ ສະຫະພາບ ເອີລົບ (EU) ພ້ອມທັງຢືນຢັນ ຫວຽດນາມຍາມໃດກໍ່ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແບນຊິກ ໃນການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບເຈົ້າຊີວິດແບນຊິກ
ພາບ:chinhphu.vn
      ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມປາດຖະຫນາຢາກ ເຈົ້າຊີວິດ ແບນຊິກ ແລະ ລາຊີນີ ມາຢ້ຽມຢາມຫວຽດນາມ ໃນເວລາເໝາະສົມ.
ເຈົ້າຊີວິດ ແບນຊິກ Phillippe ຢືນຢັນວ່າ: ຍາມໃດກໍ່ຖືການພົວພັນກັບຫວຽດນາມ ເປັນສຳຄັນ, ມີຄວາມສົນໃຈເຖິງຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພ້ອມແລ້ວທີ່ຈະຫນູນຊ່ວຍເຕັກໂນໂລຊີ ແລະ ບົດຮຽນ ເພື່ອແນໃສ່ຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.
ເຈົ້າຊີວິດ Phillippe ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີ ໃນໄລຍະຈະມາເຖິງ ສອງຝ່າຍຄວນສືບຕໍ່ ແລະ ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນໃນບັນດາຂົງເຂດຊື່ງ ແບນຊິກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື: ກະສິກຳເຕັກໂນໂລຊີສູງ, ເຕັກໂນໂລຊີຂຽວ, ພະລັງງານຜະລິດຄືນໃຫມ່, ສາທາລະນະສຸກ, ການສຶກສາບຳລຸງສ້າງ.
 (ແຫຼ່ງຄັດຈາກ VOV)

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.

Top