• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດການພົບປະກັບການນໍາລະຫວ່າງບັນດາປະເທດ ອາຊຽນ ຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມ ການພົບປະກັບການນໍາລະຫວ່າງບັນດາປະເທດ ອາຊຽນ ເນື່ອງໃນໂອກາດໍາເນີນກອງປະຊຸມ IMF – WB ທີ່ນະຄອນ ບາລີ ແລະ ຢ້ຽມຢາມ ອິນໂດເນເຊຍ ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ສິ້ນສຸດການເຂົ້າຮ່ວມ ການພົບປະກັບການນໍາລະຫວ່າງບັນດາປະເທດ ອາຊຽນ ຢ່າງຈົບງາມ (ພາບ:TTXVN)

ຕອນເຊົ້າວັນທີ 12 ຕຸລາ, ຢູ່ບາລີ ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍການນໍາຂັ້ນສູງບັນດາປະເທດ ອາຊຽນ ເຂົ້າຮ່ວມວາລະໄຂກອງປະຊຸມຄົບຄະນະປະຈໍາປີ ຂອງກອງທຶນເງິນຕາສາກົນ - ທະນາຄານໂລກ (IMF – WB). ເຂົ້າຮ່ວມກອງປະຊຸມມີລັດຖະມົນຕີກະຊວງການເງິນ, ຜູ້ວ່າການທະນາຄານສູນກາງ ຂອງ 189 ປະເທດ ສະມາຊິກ IMF ແລະ WB, ການນໍາບັນດາອົງການຈັດຕັ້ງສາກົນ, ບັນດາກຸ່ມບໍລິສັດ, ອົງການຈັດຕັ້ງສັງຄົມ, ວົງການນັກຄົ້ນຄວ້າ ແລະ ສື່ມວນຊົນສາກົນ ເປັນຈໍານວນຫຼວງຫຼາຍ.

        ດ້ວຍຫົວຂໍ້ “ຍາດແຍ່ງຄວາມບຸກທະລຸຂອງເຕັກໂນໂລຢີ ເພື່ອສ້າງບັນດາພື້ນຖານເສດຖະກິດກວມລວມໃນອະນາຄົດ” ເປັນປະຈໍາ, ກອງປະຊຸມປະຈໍາປີ IMF – WB ໄດ້ປຶກສາຫາລືຫຼາຍບັນຫາພົ້ນເດັ່ນຂອງເສດຖະກິດທົ່ວໂລກ ກໍຄືຜົນສະທ້ອນຂອງສົງຄາມການຄ້າ ຕໍ່ ແງ່ຫວັງເພີ່ມທະວີເສດຖະກິດຂອງໂລກ ແລະ ພາກພື້ນ, ສົມທົບນະໂຍບາຍການເງິນ-ເງິນຕາ, ຜົນສະທ້ອນຂອງການປະຕິວັດອຸດສາຫະກໍາຄັ້ງທີ 4 ຕໍ່ການເຕີບໂຕເສດຖະກິດ, ຄວາມສະຖຽນລະພາບດ້ານການເງິນ, ວຽກເຮັດງານທໍາ, ຄວາມສະເໝີພາບ ແລະຄວາມກ້າວໜ້າຂອງສັງຄົມ...

        ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Christine Lagarde ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ.  ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ IMF  ສືບຕໍ່ເພີ່ມທະວີການໜູນຊ່ວຍໃນການບໍາລຸງສ້າງ, ເປັນທີ່ປຶກສາກ່ຽວກັບນະໂຍບາຍໃຫ້ແກ່ຫວຽດນາມ ເພື່ອ ຊຸກຍູ້ການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງສໍາເລັດຂົງເຂດການເງິນ-ທະນາຄານ ແລະ ຍາດແຍ່ງການປະຕິວັດອຸສາຫະກໍາ 4.0 ເຂົ້າໃນຂົງເຂດການເງິນ...

        ສ່ວນ ທ່ານ Christine Lagarde ຢັ້ງຢືນວ່າ IMF ຈະສືບຕໍ່ໜູນຊ່ວຍ, ໃຫ້ຄໍາປຶກສາ ຊ່ວຍຫວຽດນາມ ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຊຸກຍູ້ການເຕີບໂຕເສດຖະກິດ ເພື່ອແນໃສ່ບັນລຸໄດ້ບັນດາເປົ້າໝາພັດທະນາແບບຍືນຍົງ ແລະ ກວມລວມ.

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມ ການພົບປະກັບການນໍາລະຫວ່າງບັນດາປະເທດ ອາຊຽນ ເນື່ອງໃນໂອກາດໍາເນີນກອງປະຊຸມ IMF – WB ທີ່ນະຄອນ ບາລີ ແລະ ຢ້ຽມຢາມ ອິນໂດເນເຊຍ ຢ່າງຈົບງາມ.

 

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top