• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ລາວ ເຂົ້າຮ່ວມ WEF ອາຊຽນ 2018 ຢູ່ຫວຽດນາມ

      ັງສືພິມດັ່ງກ່າວ ໄດ້ຊີ້ແຈ້ງວ່າ WEF ອາຊຽນ 2018 ແມ່ນກອງປະຊຸມໄດ້ຈັດຕັ້ງປະຈໍາປີ, ດ້ວຍການເຂົ້າຮ່ວມຂອງການນໍາຂັ້ນສູງຂອງລັດ, ບັນດາວິສາຫະກິດໃນທົ່ວໂລກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ
      ໜັງສືພິມ  “Paxaxon” ຂອງລາວ ສະບັບອອກວັນທີ 7 ກັນຍາ ໃຫ້ຮູ້ວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຈະນໍາໜ້າ ຄະນະຜູ້ແທນປະເທດ ສປປ.ລາວ ເຂົ້າຮ່ວມກອງປະຊຸມ ເວທີປາໄສເສດຖະກິດໂລກ ອາຊຽນ (WEF ອາຊຽນ) 2018, ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 11 – 13 ກັນຍາ ຢູ່ຮ່າໂນ້ຍ.
        ໜັງສືພິມດັ່ງກ່າວ ໄດ້ຊີ້ແຈ້ງວ່າ WEF ອາຊຽນ 2018 ແມ່ນກອງປະຊຸມໄດ້ຈັດຕັ້ງປະຈໍາປີ, ດ້ວຍການເຂົ້າຮ່ວມຂອງການນໍາຂັ້ນສູງຂອງລັດ, ບັນດາວິສາຫະກິດໃນທົ່ວໂລກ, ບັນດານັກວາງແຜນນະໂຍບາຍ ຂຶ້ນກັບຂະແໜງອຸດສາຫະກໍາ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດານັກຊ່ຽວຊານແຖວໜ້າໃນໂລກ. WEF ອາຊຽນ 2018 ຈະແລກປ່ຽນຄວາມຄິດເຫັນ ແລະ ວິໄສທັດກ່່ຽວກັບຫົວເລື່ອງ “ອາຊຽນ 4.0: ຈິດໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກໍາ ຄັ້ງທີ 4”, ກ່ຽວກັບການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ ໃນການພັດທະນາເສດຖະກິດສັງຄົມ ຢູ່ພາກພື້ນ ແລະ ໃນໂລກ.
        ຕາມໜັງສືພິມ “Paxaxon” ແລ້ວ ໃນຂອບເຂດການເຂົ້າຮ່ວມ WEF ອາຊຽນ 2018 ທ່ານ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຈະມີການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາການນໍາຂັ້ງສູງຂອງຫວຽດນາມ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີລາວ ກໍຈະມີການພົບປະກັບທ່ານ ປະທານບໍລິຫານ ເວທີປາໄສເສດຖະກິດໂລກ ແລະບາງບໍລິສັດສາກົນ ທີ່ມີການລົງທຶນຢູ່ລາວ.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top