ຂ່າວສານ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອະນຸມັດແຜນຮ່າງການຈັດກອງປະຊຸມໃຫຍ່ ຜູ້ແທນ ບັນດາຊົນເຜົ່າສ່ວນໜ້ອຍ
ຈຸດປະສົງຂອງກອງປະຊຸມໃຫຍ່ແມ່ນແນໃສ່ສືບຕໍ່ຢັ້ງຢືນ ແລະ ຮັບຮອງເອົາຄຸນງາມຄວາມດີ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາຊົນເຜົ່າສ່ວນໜ້ອຍ ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່, ພັດທະນາພື້ນຖານໂຄງລ່າງ, ປະຕິບັດນະໂຍບາຍຊົນເຜົ່າ, ສ້າງສາ, ປົກປັກຮັກສາປະເທດຊາດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ກອງປະຊຸມໃຫຍ່ກໍ່ແມ່ນໂອກາດເຊີດຊູ ແລະ ຍ້ອງຍໍສັນລະເສີນ ບັນດາໝູ່ຄະນະ, ບຸກຄົນດີເດັ່ນໃນບັນດາຊົນເຜົ່າສ່ວນໜ້ອຍ ຫວຽດນາມ ໃນຍຸກແຫ່ງການເຊື່ອມໂຍງ ແລະ ພັດທະນາປະເທດຊາດ ໄລຍະ 2009-2019; ຕີລາຄາຜົນງານ, ໝາກຜົນການປະຕິບັດວຽກງານຊົນເຜົ່າ ໄລຍະ 2009-2019; ຈາກນັ້ນຖອດຖອນບົດຮຽນ, ສືບຕໍ່ສ້າງໃຫ້ສຳເລັດນະໂຍບາຍຊົນເຜົ່າ ໄລຍະ 2021-2025 ແລະ ກຳນົດທິດທາງຮອດປີ 2030. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຕ້ອງດີເດັ່ນ, ຕາງໜ້າໃຫ້ແກ່ 53 ຊົນເຜົ່າສ່ວນໜ້ອຍຂື້ນກັບທຸກພາກສ່ວນ, ເຂດພາກ, ຂົງເຂດຂອງການດຳລົງຊີວິດສັງຄົມ, ໄດ້ຮັບການຄັດເລືອກ, ເຊີດຊູ ຈາກກອງປະຊຸມໃຫຍ່ທຸກຂັ້ນ.
(ແຫຼ່ງຄັດຈາກ VOV)