• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມກ່ຽວກັບການຮ່ວມືດ້ານການຄ້າຫວຽດນາມ-EU

ຕອນເຊົ້າວັນທີ 14 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການເພື່ອຕີລາຄາໝາກຜົນການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນນາມ ແລະ ສະຫະພາບເອີລົບ (EU) ໃນໄລຍະຜ່ານມາ, ກໍ່ຄືກຳນົດທິດຊຸກຍູ້ການຮ່ວມມືກັບຄູ່ຮ່ວມມືສຳຄັນນີ້.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ)

ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງຫວຽດນາມ - EU ໄດ້ຮັບການພັດທະນາຢ່າງວ່ອງໄວ, ດ້ວຍວົງເງິນການຄ້າ 2 ຝ່າຍບັນລຸປະມານ 50 ຕື້ USD ໃນປີ 2017, ປະຈຸບັນ EU ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 3 ຂອງຫວຽດນາມ.

      ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາກະຊວງຄວນສຸມໃສ່ການເຮັດວຽກກັບບັນດາອົງການຂອງ EU ເພື່ອຍູ້ໄວຄວາມຄືບໜ້າໃນການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - EU (EVFTA), ສູ້ຊົນຈະສຳເລັດໃນທ້າຍປີ 2018. ຈາກນັ້ນ, ເປີດຂອບເຂດການຮ່ວມມືຢ່າງກວ້າງໃຫຍ່, ສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ - EU ຍິ່ງກວ່າອີກ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top