• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5

      ຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 5.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານທີ່ຍິ່ງໃຫຍ່ໃນທຸກດ້ານຂອງກຳລັງປະກອບອາວຸດທະຫານເຂດ 5 ໃນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ເບິ່ງແຍງດູແລດ້ານຊີວິດການເປັນຢູ່ໃຫ້ພະນັກງານ, ນັກຮົບຢູ່ເຂດຫ່າງໄກສອກຫລີກໃນໂອກາດບຸນປີໃໝ່ປະຈຳຊາດ. ທ່ານນາຍົກລັດຖະມົນຕີກ່າວວ່າ:
        “ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ຍ້ອນບັນດາສະຫາຍມີການເບິ່ງແຍງດູແລບຸນເຕັດໃຫ້ທະຫານ, ເປັນຕົ້ນແມ່ນພະນັກງານ, ນັກຮົບຢູ່ເຂດຫ່າງໄກສອກຫລີກ, ເຂດທຸກຍາກ, ເຂດຖືກໄພພິບັດທຳມະຊາດ ເຊິ່ງມີທະຫານເວນຍາມ. ບັນດາສະຫາຍຄວນເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ບັນດາກຳລັງກອງທັບໃນບໍລິເວນ. ມື້ນີ້ແມ່ນວັນທີ 26 ເດືອນ 12 ໄລ່ຕາມຈັນທະປະຕິທິນ, ຂ້າພະເຈົ້າຂໍອວຍພອນບຸນເຕັດກອງບັນຊາການ, ການເມືອງ, ບັນດາກົມກອງຂຶ້ນກັບ. ບັນດາສະຫາຍທະຫານເຂດ ຕ້ອນຮັບປີໃໝ່ດ້ວຍຄວາມສູ້ຊົນ, ຝຶກຝົນຫຼໍ່ຫຼອມ ສຳເລັດໜ້າທີ່ການງານຊຶ່ງພັກ, ກອງທັບມອບໝາຍໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top