
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ (ພາບ: VGP)
ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽນ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍສືບຕໍ່ຊຸກຍູ້ບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ; ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ 2 ປະເທດສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງທີ່ບັນລຸໄດ້; ຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາຢ່າງດຸ່ນດ່ຽງ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ 2 ຝ່າຍເຄົາລົບຄວາມຮັບຮູ້ລວມຂັ້ນສູງ ແລະ ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາບົນທະເລ; ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ; ຊຸກຍູ້ການເຈລະຈາຢ່າງແທ້ຈິງ ເພື່ອສ້າງປະກົດແຫ່ງການປະພຶດ (COC) ໃຫ້ມີຜົນສັກສິດ ແລະ ປະສິດທິຜົນ.ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽນ ຢືນຢັນວ່າ: ຈີນ ຈະຢຶດໝັ້ນທິດນຳມິດຕະພາບກັບ ຫວຽດນາມ, ປາດຖະໜາຢາກພ້ອມກັບ ຫວຽດນາມ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາເປັນປົກກະຕິ, ຍືນຍົງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ 2 ຝ່າຍກັບ
ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ (ພາບ: VGP)
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການ ແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໄທ ສ້າງເງື່ອນໄຂສະດວກໃຫ້ສິນຄ້າ ຫວຽດນາມ ໄດ້ສຳຜັດກັບຕະຫລາດ ໄທ.
(ແຫຼ່ງຄັດຈາກ VOV)