• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳບັນດາມາດຕະການຍູ້ໄວການປ່ອຍ ທຶນ ODA ແລະ ທຶນກູ້ຢືມບຸລິມະສິດ

      ຕອນບ່າຍວັນທີ 1 ສິງຫາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບາງກະຊວງ, ຂະແຫນງການ, ທ້ອງຖິ່ນກ່ຽວກັບບາງບັນຫາຊຸກຍູ້ການປ່ອຍທຶນ ODA ແລະ ທຶນກູ້ຢືມບຸລິມະສິດ.
 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຊີ້ນຳກອງປະຊຸມ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢືນຢັນ ຄວນສືບຕໍ່ກວດກາ, ຕິດຕາມ ແລະ ແກ້ໄຂບັນດາຂໍ້ຕິດຂັດໃນລະບຽບການ ເພື່ອແນໃສ່ຮັບປະກັນການນຳໃຊ້ແຫລ່ງທຶນນີ້ຢ່າງມີປະສິດທິຜົນ, ຮັບໃຊ້ວິວັດການພັດທະນາເສດຖະກິດສັງຄົມຂອງປະເທດຊາດຢ່າງແທດຈິງ. ທ່ານນາຍົກລັດຖະມົນຕີ ຍົກອອກບັນດາຂໍ້ສະເຫນີລວມ ນັ້ນແມ່ນຮັບປະກັນການປ່ອຍທຶນ ODA ແລະ ທຶນກູ້ຢືມບຸລິມະສິດທີ່ໄດ້ລົງນາມໃຫ້ໝົດ ຕາມຄວາມຄືບຫນ້າ, ນັບທັງໄລຍະ 2017-2020 ພິເສດ ແມ່ນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ໃນໄລຍະຈະມາເຖິງ ແຫລ່ງທຶນ ODA, ທຶນກູ້ຢືມບຸລິມະສິດ ຍັງຄົງແມ່ນແຫລ່ງກຳລັງສຳຄັນທີ່ສຸດໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຫ້ອງວ່າການລັດຖະບານສົມທົບກັນກວດກາ, ອັບເດັດການກຳນົດທິດດຶງດູດທຶນ ODAໃນປີ 2018, ຄົ້ນຄ້ວາຂໍ້ສະເຫນີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃນບັນຫາທຶນສົມທົບ, ແຜນການດ້ານທຶນຕ່າງປະເທດ ODA.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top