• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າບາງພື້ນຖານເສດຖະກິດສະມາຊິກ APEC

      ຕອນເຊົ້າວັນທີ 20/5, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ Roert Lighthizer ເຂົ້າຢ້ຽມອຳລາ ແລະ ແລກປ່ຽນກ່ຽວກັບການພົວພັນຮ່ວມມືດ້ານການຄ້າ ຫວຽດນາມ - ອາເມລິກາ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າດ້ານການຄ້າ ອາເມລິກາ Roert Lighthizer 
     ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ສະໜັບສະໜູນດ້ານການຄ້າເສລີບົນພື້ນຖານຍຸຕິທຳ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຖືເປັນສຳຄັນ ແລະ ປາຖະໜາຢາກສືບຕໍ່ເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າກັບ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ອາເມລິກາ ມີບົດບາດສຳຄັນທີ່ສຸດໃນການຮ່ວມມືດ້ານເສດຖະກິດລະຫວ່າງອາຊີ - ປາຊີຟິກ; ຫວັງວ່າ ອາເມລິກາ ຈະເສີມຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຂອງຕົນ, ພິເສດແມ່ນດ້ານເສດຖະກິດການຄ້າ, ປະກອບສ່ວນເຂົ້າຄວາມວັດທະນາຖາວອນລວມໃນພາກພື້ນ ແລະ ໂລກ.
        ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ຢຸ່ນ Hiroshige Seko ນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍການເຂົ້າຮ່ວມຂອງທ່ານ Hiroshige Seko, ຍີ່ປຸ່ນຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດຂອງກອງປະຊຸມລັດຖະມົນຕີການຄ້າຂອງບັນດາປະເທດ APEC. ທ່ານນາຍົກລັດຖະມົນຕີກໍ່ສະເໜີບັນດາອົງການກ່ຽວຂ້ອງສອງປະເທດຄວນຕັ້ງໜ້າປຶກສາຫາລື, ເພີ່ມທະວີການຮ່ວມມືໃນການສົ່ງອອກ, ນຳເຂົ້າຜະລິດຕະພັນກະເສດ, ໝາກໄມ້; ຜ່ານນັ້ນປະກອບສ່ວນຍົກສູງວົງເງິນສອງສົ້ນຍົກການພົວພັນດ້ານການຄ້າລະຫວ່າງສອງປະເທດຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top