• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບບັນດານັກທຸລະກິດສາກົນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
 ພົບປະສັງສັນກັບບັນດານັກທຸລະກິດສາກົນ
(ພາບ: TTXVN)
      ຕອນ​ຄ່ຳ​ວັນ​ທີ 30/03, ຢູ່ ວັນ​ມຽວກວກ​ຕືຢາມ, ຮ່າ​ໂນ້ຍ, ນັກທຸລະກິດ​ກ່ວາ 40 ທ່ານ, ​ໃນ​ນັ້ນ​ມີ​ເສດຖີ​ເງິນ​ຕື້ຫລາຍ​ທ່ານ​​ມາ​ຈາກ​ຫລາຍ​ປະ​ເທດ, ​ເຂດ​ແຄ້ວ​ນ​ໃນ​ໂລກ​ເຂົ້າ​ຮ່ວມ​ເຫດການ​ດ້ວຍ​ຊື່ວ່າ: “ຫວຽດນາມ ຄວາມ​ງາມ​ດັ່ງ​ໃນ​ຝັນ 2017”. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ເຂົ້າຮ່ວມ​ເຫດການ​ດັ່ງກ່າວ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ ​ແລະ ​ໂອ້​ລົມ​ກັບ​ນັກທຸລະກິດ​ສາກົນ.
        ບັນດາ​ນັກທຸລະກິດ​ທີ່​ເຕົ້າ​ໂຮມ​ຢູ່ ວັນ​ມຽວກວກ​ຕືຢາມ ​ເຂົ້າ​ຮ່ວມ​ເຫດການ “ຫວຽດນາມ ຄວາມ​ງາມ​ດັ່ງ​ໃນ​ຝັນ 2017” ປີ​ນີ້ ລ້ວນ​ແຕ່​ແມ່ນ​ບັນດາ​ນັກທຸລະກິດ​ດີ​​ເດັ່ນ ພວມ​​ເປັນການ​ນຳ, ບໍລິຫານ​ບັນດາວິ​ສາ​ຫະກິດ​, ​ເຄື່ອງໝາຍ​ການ​ຄ້າ​​ແຖວ​ໜ້າ​ໃນ​ໂລກ. ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​​ໃນ​ທົ່ວ​ໂລກ​ຂອງ​ຕົນ, ບັນດາ​ກຸ່ມ​ບໍລິສັດ, ວິ​ສາ​ຫະກິດ​ນີ້ ມີ​ບົດບາດ​ໃຫຍ່​ຫລວງ​ໃນ​ການ​ພັດທະນາ​ປະຊາ​ຄົມ. ດ້ວຍ​ຈຸດປະສົງ​ມາ ຮ່າ​ໂນ້ຍ ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​​ໄຫ​ວ​​ວັດທະນະທຳ, ການທ່ອງທ່ຽວ, ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ, ບັນດາ​ນັກທຸລະກິດ​ໄດ້​ຢ້ຽມ​ຊົມ​ມໍລະດົກ, ສະຖາປັດຕະຍະກຳ​ຂອງ ວັນ​ມຽວກວກ​ຕືຢາມ ​ແລະ ຮັບ​ປະທານ​ອ​າຫານ ຫວຽດນາມ ​ແລະ ສາກົນ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ບັນດາ​ນັກທຸລະກິດ​ຈະ​ຮູ້ສຶກ​ຈັບ​ອົກ​ຈັບ​ໃຈ ​ແລະ ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ ຫວຽດນາມ. ​ເນື່ອງ​ໃນ​ໂອາກາດ​ນີ້ ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ເຊື້ອ​ເຊີນ​ບັນດາ​ນັກທຸລະກິດ​ມາ ຫວຽດນາມ ​ເຂົ້າ​ຮ່ວມ​ເຫດການ APEC ​ໃນ​ທ້າຍ​ປີ​ນີ້.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top