• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີພົບປະກັບຜູ້ອຳນວຍການຝ່າຍບໍລິຫານແລະບາງສະມາຊິກ WEF

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ​
ພົບ​ປະ​ກັບ​ຜູ​້​ອຳ​ນວຍ​ການຝ່າຍ​ບໍ​ລິ​ຫານ Philipp Roesler
(ພາບ: TTXVN)
          ວັນ​ທີ 18/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊ​ຸມປະ​ຈ​ຳ​ປີ ຄັ້ງ​ທີ 47 ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ (WEF) ໄດ້​ມີ​ການ​ພົບ​ປະ​ກັບ​ຜູ​້​ອຳ​ນວຍ​ການຝ່າຍ​ບໍ​ລິ​ຫານ Philipp Roesler ແລະ ບາງ​ກຸ່ມ​ບໍ​ລິ​ສັດ​ສະ​ມາ​ຊິກ​ໃນ​ຂົງ​ເຂດ​ການ​ເງິນຂອງ WEF. ຕໍ່​ໜ້າ​ບັນ​ດາ​ນັກ​ລົງ​ທຶນ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ສຸມ​ໃສ່​ທຸກ​ແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ບອບລະ​ບຽບ​ການ​ຕາມ​ທຳ​ນຽມ​ສາ​ກົນ ແລະ ຕາມ​ເສດ​ຖະ​ກິດ​ການ​ຕ​ະ​ຫຼາດ​ໃນ​ທຸກ​ຂົງ​ເຂດ.
        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ 12 ເສົ້າ​ຄ​ຳ​້​ກ່ຽວ​ກັບ​ກຳ​ລັງ​ແກ່ງ​ແຍ້ງ​ທົ່ວ​ໂລກ ເຊິ່ງ WEF ນຳ​ໃຊ້​ເພື່ອ​ຕີ​ລາ​ຄາ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ.
        “ໃນ 12 ເສົ້າ​ຄ​ຳ​້​ກ່ຽວ​ກັບ​ກຳ​ລັງ​ແກ່ງ​ແຍ້ງດັ່ງ​ກ່າວ, ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ, ລະ​ບອບ​ລະ​ບຽບ​ການ​ແມ່ນ​ມີ​ຄວາມ​ສຳ​ຄັນ. ສະ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສຸມ​ທຸກ​ແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ​ເພື່ອ​ແກ​້​ໄຂ​ບັນ​ຫາ​ລະ​ບອບ​ລະ​ບຽບ​ການ​ຕາມ​ທຳ​ນຽມ​ສາ​ກົນ ແລະ ຕາມ​ເສ​ດ​ຖະ​ກິດ​ການ​ຕະ​ຫຼາດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ເງິນ​ທະ​ນາ​ຄານ, ​ຊັບ​ສິນ​ທາງ​ປັນ​ຍາ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອ​ມ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ… ພື້ນ​ຖານ​ລະ​ບອບ​ລະ​ບຽບ​ການນັ້ນ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ຮອບ​ດ້ານ, ກ​ວ​ມ​ລວ​ມ, ມອບ​ໂອ​ກາດ​ໃຊ້​ປະ​ຊາ​ຊົນ​ທຸກ​ຄົນ​ສາ​ມາດ​ປະ​ກອບ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ໄດ້​​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ທີ່​ເໝາະ​ສົມ​ກັບ​ຜົນ​ງານນັ້ນ”.
        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ; ສູ້​ຊົນ​ຮອ​ດ​ປີ 2017 ບັນ​ລຸ​ໄດ້​ບັນ​ດ​າ​ຄາດ​ໝາຍ​ຕົ້ນ​ຕໍ່​ກ່ຽວ​ກັບ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ດ້ວຍ​ລະ​ດັບ​ປານ​ກາງ​ຂອງ 4 ປະ​ເທດ​ແຖວ​ໜ້າອາ​ຊຽນ (ASEAN -4). ທີ່​ການ​ພົບ​ປະ, ທ່ານ Philipp Roesler ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ຫວຽດ​ນາມ ແລະ ເວ​ທີ​ປາ​ໄສ​​ເສດ​ຖະ​ກິດໂລ​ກໄດ້​ລົງ​ນາມ​​ໃນຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ສ້​າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງຕໍ່ອະ​ນາ​ຄົດ ແລະ ທ່າ​ນ​ເອງ​ກໍ່ໃຫ້​ຮູ້​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top