• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຮຽກຮ້ອງທະນາຄານແຫ່ງລັດສືບຕໍ່ຮັກສາສະກຸນເງິນດົ່ງໃຫ້ໝັ້ນທ່ຽງ


ກອງ​ປະ​ຊຸມ​ຂອ​ງ​ລັດ​ຖະ​ບານ​ກັບ​ບັນ​ດາ​ທ້ອງ​ຖິ່ນ
 
      ຕອນ​ເຊົ້າ​ວັນ​ທີ 29/12, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສືບ​ຕໍ່​ເປັນ​ປະທານ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນັ​ດຂອງ​ລັດຖະບານ​ກັບ​ທ້ອງ​ຖີ່​ນຕ່າງໆ. ບັນດາ​ກະຊວງ, ຂະ​ແໜງ​ການ​ສູນກາງ​ສືບ​ຕໍ່​ປະ​ກອບ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ ສັງຄົມ​ປີ 2016 ​ແລະ ມາດ​ຕະການ​ແກ້​ໄຂ​ໃນ​ປີ 2017 ກໍ່​ຄືຕອບ​ຄຳ​ເຫັນ​ເຊິ່ງທ້ອງ​ຖີ່ນຕ່າງໆ​ຍົກ​ອອກ​ມາ​ໃນ​ວາລະ​ປະຊຸມ​ວັນ​ທີ 28/12. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ທະນາຄານ​ແຫ່ງ​ລັດ​ສືບ​ຕໍ່​ຮັກສາ​ສະກຸນ​ເງິນ​ດົ່ງ​ໃຫ້ມີ​ຄວາມ​ໝັ້ນທ່ຽງ, ຫຼຸດຜ່ອນ​ກຳ​ໄລ​ເພື່ອ​ດຶງ​ດູດ​ການ​ລົງທຶນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ບັນດາ​ທ້ອງ​ຖີ່​ນ, ພິ​ເສດ​ແມ່ນ​ບັນດາ​ແຂວງ​ທີ່​ຮັບ​ການ​ໜູນ​ຊ່ວຍ​ຈາກ​ງົບປະມານ​ຕ້ອງ​ມີ​ຄວາມ​ປະຢັດ​ໃນ​ການ​ໃຊ້​ຈ່າຍ. ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຂໍ້​ສັງ​ເກດ​ວ່າ,  ​ເຖິງ​ວ່າ​ປີ 2017 ຄາດ​ຄະ​ເນ​ວ່າ​ຍັງ​ມີ​ການ​ຜັນ​ແປ​ສັບສົນ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ທະນາຄານ​ແຫ່ງ​ລັດ​ຕ້ອງ​ປະຕິບັດ​ໜ້າ​ທີ່​ຮັກສາສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ສະ​​ກຸນ​ເງິນ​ດົ່ງ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ. ພ້ອມ​ກັບ​ການ​ລະດົມ​ເງິນຕາ​ຕ່າງປະ​ເທດ ​ແລະ ຄຳ​ຂອງ​ສັງຄົມ, ທະນາຄານ​ແຫ່ງ​ລັດ​ຕ້ອງ​ມີ​ວິທີ​ນຳ​ເຂົ້າ​ການ​ຜະລິດ, ຫຼີກ​ເວັ້ນສະພາບ​ດຳ​ເນີນ​ທຸລະ​ກິດ​ຄຳ​ຢ່າງ​ຜິດ​ກົດໝາຍ, ກໍ່​​ໄພ​ເງິນ​ເຟີ້ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ເງິນ​ດົ່ງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top