• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດເສດຖະກິດຈີນຈຳນວນຫນຶ່ງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບ​
ການ​ນຳ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ຈີນ​ຈຳ​ນວນ​ຫນຶ່ງ
        ​ຕອນ​ບ່າຍ​ວັນ​ທີ 5/12 ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕ້ອນ​ຮັບ​ທ່ານ​ນາງ  ຫລີຈື​ຫີນ ປະ​ທານບ​ໍ​ລິ​ສັດ​ຫຸ້ນ​ສ່ວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ Kaidi ຈຳ​ກັດ ແລະ ທ່ານ ຫລີ ຄວາຍ​ເຈີນ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ…ຈີນ​ພວມ​ມີ​ການ​ສຳ​ຫລວດ​ຕະ​ຫລາດ​ຢູ່​ຫວຽດ​ນາມ ເພື່ອ​ຊອກ​​ຫາ​ກາ​ລາ​ໂອ​ກາດ​ຮ່ວມ​ມື​ລົງ​ທຶນ​ຢູ່​ຫວຽດ​ນາມ. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ​: ໄລ​ຍະ​ຜ່ານ​ມາ ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງບໍ່​ຢຸດຢັ້ງ. ລັດ​ຖະ​ບານ​ຫວຽດ​ນາມ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນເຂົ້າ​ມາ​ຫວຽດ​ນາມ, ໃນ​ນັ້ນ ມີ​ນັກ​ລົງ​ທຶນ​ຈີນ ພ້ອມ​ທັງ​ໃສ່​ໃຈ​ບັນ​ດາ​ນັກ​ລົງ​ທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄຫມ, ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​. ນີ້​ແມ່ນ​ບັນ​ດາຂົງ​ເຂດມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຫລາຍ​ຢ່າງຢູ່​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ​ໃຫ້​ບັນ​ດາ​ກະ​ຊວງ, ຂ​ະ​ແຫນງ​ການ​ກ່ຽວ​ຂ້ອງ​ຕ້ອງ​ເຮັດ​ວຽກ​ລະ​ອຽດ​ກັບ​ກຸ່ມ​ບໍ​ລິ​ສັດ 2 ແຫ່ງ​ດັ່ງ​ກ່າວ ເພື່ອ​ແກ້​​ໄຂ​ບັນ​ດາ​ຄຳ​ສະ​ເຫນີ​ແນະ, ສ້າງ​ຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ລົງ​ທຶນ​ຢູ່​ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top