• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫຼິມສະຫຼອງ 20 ປີ ADB ຢູ່ຫວຽດນາມ


(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ເຂົ້າຮ່ວມພິທີສະເຫຼິມສະຫຼອງ 20 ປີ ADB ຢູ່ຫວຽດນາມ)
      ​ຕອນ​ບ່າຍ​ວັນ​ທີ 02/12, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) (19/12/1966 - 19/12/2016) ແລະ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຫ້ອງ​ການ​ຕາງ​ໜ້າ ADB ປະ​ຈຳ​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ວ່າ, ນີ້​ແມ່ນ​ເຫດ​ການ​ສຳ​ຄັນ ຮັບ​ຮອງບົດ​ບາດ​ຂອງ ADB ໃນ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ​ເສ​ດ​ຖະ​ກິດ​ສັງ​ຄົມ ແລະ ຫຼຸດ​ຜ່ອນ​ຄວ​າມ​ທຸກ​ຍາກ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ເວົ້າ​ລວມ ແລະ ຫວຽດ​ນາມ ເວົ້າ​ສະ​ເພາະ. ​ໂດຍແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກກໍ່​ຕັ້ງ​ຂອງ ADB, ຍາມ​ໃດ​ຫວຽດ​ນາມ ກໍ່​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ ADB, ຖື​ເປັນ​ສຳ​ຄັນ​ການ​ສ້າງ​​ສາຍ​ພົວ​ພັນ​ທີ່​ສະ​ໜິດ​ຕິດ​ພັນ, ມີ​ປະ​ສິດ​ທິ​ຜົນ​ກັບ ADB. ເລື່ອງ ADB ເປີດ​ອົງ​ການ​ຕ່າງ​ໜ້າ​ປະ​ຈຳ​ຫວຽດນາມ ເມື່ອ​ເດືອນ​ 12/1996 ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ADB. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ບັນ​ດາ​ໂຄງ​ການອ​ຸ​ປະ​ຖ​ຳ​ຂອງ ADB ຢູ່​ຫວຽດ​ນາມ ແມ່ນ​ມີ​ຫຼາຍ​ຮູບ​ຫຼາຍ​ແບບ, ມຸ່ງ​ໄປ​ສູ່​ການ​ເຕີ​ບ​ໂຕ​ຢ່າງ​ສະ​​ໝຳ​ສະເໝີ​, ໝັ້ນ​ຄົງ ແລະ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ນຳ​ຫວຽດ​ນາມ ຈາກ​ປະ​ເທດ​ທຸກ​ຍາກ, ຫຼ້າ​ຫຼັງ​ໃຫ້​ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ລາຍ​ຮັບ​ປານ​ກາງ, ເຊື່ອມ​ຍົງ​ເຂົ້າ​ພາກ​ພື້ນ ແລະ ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວ​າງ.
(ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top