ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ
ພົບປະກັບກອງທະຫານໃຫຍ່ເລກ 11 (ກະຊວງປ້ອງກັນປະເທດ). ພາບ: ວັນດຽບ/VNA
ໂດຍຕອບສະໜອງຕາມຄຳເຊີນຂອງພັກກອມມູນິດ, ລັດຖະບານ ແລະ ສະພາແຫ່ງຊາດ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສປປ ລາວ ນຳໂດຍ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ໄດ້ມາ ຢ້ຽມຢາມ ຫວຽດນາມ ແລະ ໄປເຂົ້າຮ່ວມບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງດ້ານ ການທູດລະຫວ່າງ ຫວຽດນາມ-ລາວ ແລະ 40 ປີແຫ່ງວັນເຊັນສົນທິ ສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງ ຫວຽດນາມ-ລາວ ທີ່ແຂວງ ເຊີນລາ.
ໃນຕອນບ່າຍວັນທີ 4 ກໍລະກົດ, ພິທີຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສປປ ລາວ ໄດ້ຮັບການຈັດຂຶ້ນ ຢ່າງສົມກຽດທີ່ສູນກອງປະຊຸມແຂວງ ເຊີນລາ.
ພາຍຫຼັງພິທີຕ້ອນຮັບ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາ ແຫ່ງຊາດ ລາວ ມີການເຮັດວຽກກັບການນຳແຂວງ ເຊີນລາ.
ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ສະແດງ ຄວາມຂອບອົກຂອບໃຈເຖິງການນຳ ແລະ ປະຊາຊົນແຂວງ ເຊີນລາ ທີ່ໄດ້ຕ້ອນຮັບຄະນະດ້ວຍຄວາມສະໜິດສະໜົມ ແລະ ຮອບຄອບ. ຕີລາຄາສູງຜົນງານໃນການພັດທະນາເສດຖະກິດ-ສັງຄົມທີ່ແຂວງ ເຊີນລາ ບັນລຸໄດ້, ທ່ານນາງປະທານສະພາແຫ່ງຊາດ ລາວ ເນັ້ນໜັກວ່າ ນີ້ແມ່ນຜົນງານທີ່ບັນລຸໄດ້ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ ກໍ່ຄືການນຳພາຂອງຄະນະພັກແຂວງ, ສະພາຜູ້ແທນປະຊາຊົນ ແລະ ຄະນະກຳມະການປົກຄອງປະຊາຊົນແຂວງ ເຊີນລາ.
ທ່ານນາງປະທານສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ ບັນດາການ ເຄື່ອນໄຫວສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017” ທີ່ໄຂຂຶ້ນຢູ່ແຂວງ ເຊີນລາ ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະ ໂດຍສະເພາະແມ່ນລະຫວ່າງແຂວງ ເຊີນລາ ກັບບັນດາແຂວງພາກເໜືອຂອງ ລາວ.
ທ່ານນາງປະທານສະພາແຫ່ງຊາດ ລາວ ຫວັງວ່າ ໃນໄລຍະຈະມາ ເຖິງ, ແຂວງ ເຊີນລາ ແລະ ບັນດາແຂວງຢູ່ພາກເໜືອຂອງ ລາວ ຈະສືບຕໍ່ມີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂົງເຂດ.
ໃນຕອນຄຳ່ວັນດຽວກັນ, ຄະນະພັກແຂວງ ເຊີນລາ ໄດ້ຈັດງານລ້ຽງຮັບຕ້ອນທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ພ້ອມກັບ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ລາວ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 4 ກໍລະກົດ 2017, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ໄດ້ນຳໜ້າ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສປປ ລາວ ມາວາງພວງມະລາ ແລະ ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ.

ປະຕິບັດ: VNA/VNP