• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ເຂົ້າຮ່ວມພິທີໄຂງານບຸນລົງທົ່ງດ້ອຍເຊີນ-ຮ່ານາມ

ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ເຂົ້າ​ຮ່ວມ​ພິທີ​
ໄຂ​ງານ​ບຸນ​ລົງ​ທົ່ງ​ດ້ອຍ​ເຊີນ-ຮ່າ​ນາມ
(ພາບ: ອິນເຕີແນດ)
          ຕອນ​ເຊົ້າ​ວັນ​ທີ 14/2 (ວັນ​ທີ 7 ຂອງ​ບຸນ​ເຕັດ​ປີວ​ອກ), ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ​ໄດ້ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ​ລົງ​ທົ່ງ​ຢູ່ຕາ​ແສງ ດ້ອຍ​ເຊີນ, ​ເມືອງ ຢູຍຕຽນ, ​ແຂວງ ຮ່າ​ນາມ. ນີ້​ແມ່ນ​ງານ​ບຸນລົງ​ທົ່ງ​ໄຖ​ນາ​ທີ່​ເປັນ​ມູນ​ເຊື້ອ ​ແລະ ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ງານ​ບຸນ​ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 12-14/2 (ວັນ​ທີ 5,6,7​ ​ເດືອນ​ຈຽງ​ປີວ​ອກ 2016).
​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ຟູ໋ທໍ້ ກໍ່​ໄຂ​ງານ​ບຸນ​ວິຫານ​​ ເຈົ້າ​ແມ່​ເອົາ​ເກີ. ​ໃນ​ບົດ​ປາ​ໄສ​​ໄຂ​ງານ​ບຸນ​ໄດ້​ຢືນຢັນ​​ເຖິງ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ເຈົ້າ​ແມ່​ເອົາ​ເກີ ​ແລະ ພາວະນາ​ຂໍ​ໃຫ້ ​ເຈົ້າ​ແມ່​ເອົາ​ເກີ ບັນດານ​ໃຫ້​ປະ​ເທດ​ຊາດ​ມີ​ສັນຕິພາບ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ, ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະ​ດວກ, ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນ​ມີ​ຊີວິດ​ອິ່ມໜຳສຳລານ, ດຳລົງ​ຊີວິດ​ໃນ​ຄວາມ​ສັນຕິ​ສຸກ.
 (ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top