• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມເວທີປາໄສດໍາເນີນທຸລະກິດ ແລະ ການລົງທຶນ ຕວກກີ - ຫວຽດນາມ

ຕອນເຊົ້າ 08 ຕຸລາ,ໃນຂອບເຂດການຢ້ຽມຢາມ ຕວກກີ ຢ່າງເປັນທາງການ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມເວທີປາໄສດໍາເນີນທຸລະກິດ ແລະການລົງທຶນ ລະຫວ່າງ ຕວກກີ - ຫວຽດນາມ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ Istanbul  ໂດຍມີການເຂົ້າຮ່ວມຂອງວິສາຫະກິດຂອງສອງປະເທດ ປະມານ 200 ແຫ່ງ.

ທ່ານນາງສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ເວທີປາໄສ

ທີ່ເວທີປາໄສ, ທ່ານ Nail Opak ປະທານສະພາເສດຖະກິດການຕ່າງປະເທດ ຕວກກີ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ຕວກກີີ ຕ່າງກໍພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກບັນດາສົງຄາມການຄ້າໃນທົ່ວໂລກ. ໃນສະພາບການດັ່ງກ່າວ, ວິສາຫະກິດ, ປະຊາຄົມດໍາເນີນທຸລະກິດສອງປະເທດ ຕ້ອງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊົມໃຊ້ບັນດາກາລະໂອກາດດໍາເນີນທຸລະກິດ ພ້ອມກັນພັດທະນາການພົວພັນເສດຖະກິດ ແລະ ການຄ້າຂອງສອງປະເທດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ຕີລາຄາສູງຕໍ່ເລື່ອງກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ກະຊວງການຄ້າຕວກກີ, ສະພາເສດຖະກິດການຕ່າງປະເທດຕວກກີ, ສະຖານທູດຫວຽດນາມ ປະຈໍາ ຕວກກີ, ບັນດາອົງການກ່ຽວຂ້ອງ ໄດ້ສົມທົບກັນ ຈັດຕັ້ງເວທີປາໄສດໍາເນີີນທຸລະກິດ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ປະຊາຄົມວິສາຫະກິດສອງປະເທດ ບໍ່ພຽງແຕ່ ແມ່ນເຈົ້າຂອງ ໃນວິວັດແຫ່ງການຮ່່ວມມືເສດຖະກິດເທົ່ານັ້ນ ຫາກຄວນສວມບົດບາດເປັນຜູ້ລິເລີ່ມບັນດາແນວຄວາມຄິດໃໝ່, ສ້າງກໍາລັງໜູນໃໝ່ໃນຂະແໜງການຄ້າ ແລະ ການລົງທຶນ. ທີ່ເວທີປາໄສ, ທ່ານນາງ ຫງວຽນທິກິມເງິນ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ 2 ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ

ຕອນ​ເຊົ້າ​ວັນ​ທີ 4 ເມ​ສາ ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງປະຊຸມ​ທາງ​ໄກຂອງ​ລັດ​ຖະ​ບານ​ກັບ​ທ້ອງ​ຖິ່ນ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ໄຕ​ມາດ I/2026, ວາງ​ອອກ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຈຸດ​ສຸມ​ໃຫ້​ແກ່​ໄຕ​ມາດ​ທີ II ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ​ ເປົ້າ​ໝາຍ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ​ແມ່ນ​ບໍ່​ປ່ຽນ​ແປງ, ຄວນ​ມີ​ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ, ເປັນ​ຕົ້ນ​ແມ່ນ​ການ​ບໍ​ລິ​ໂພກ, ການ​ສົ່ງ​ອອກ; ບັນ​ດາ​ມາດ​ຕະ​ການ​ເພື່ອ​ໃຫ້​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ, ທັງ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກໃຫ້​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບ​ປະ​ກັນ​ບັນ​ດາຄວາມ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ; ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ… ຢູ່ກອງ​ປະ​ຊຸມ​ບັນ​ດາ​ຜູ້​ແທນ​ໄດ້ຮັບ​ຟັງ​ບົດ​ລາຍ​ງາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ເດືອນ​ມີ​ນາ ແລະ ໄຕ​ມາດ​ທີ I ປີ 2026, ສ​ະ​ພາບ​ການ​ຈັດແບ່ງ

Top