• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນສຳເລັດການຢ້ຽມຢາມລາວຢ່າງຈົບງາມ

      ຕອນຄ່ຳວັນທີ 29 ກັນຍາທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ເດີນທາງກັບຄືນນະຄອນຫຼວງຮ່າໂນ້ຍແລະສຳເລັດການເດີນທາງຢ້ຽມຢາມລາວແຕ່ວັນທີ 26-29 ກັນຍາຢ່າງຈົບງາມ.
            ຕອຍບ່າຍວັນທີ 29 ກັນຍາທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນໄດ້ໄປຢ້ຽມຢາມແລະເຮັດວຽກທີ່ ສະຖານທູດຫວຽດນາມປະຈຳ ສປປ.ລາວກ່ອນເດີນທາງກັບຄືນຫວຽດນາມ.

 ທ່ານນາງຫງວຽນທິເກີມເງິນໄດ້ພົບປະແລກປ່ຽນຄຳຄິດເຫັນກັບທ່ານບຸນຍັງວໍລະຈິດເລຂາທິການໃຫ່ຍ, ປະເທດປະເທດແຫ່ງ ສປປ.ລາວ
      ໃນໄລຍະເວລາທີ່ຢ້ຽມຢາມລາວ, ທ່ານນາງຫງວຽນທິເກີມເງິນໄດ້ພົບປະແລກປ່ຽນຄຳຄິດເຫັນກັບທ່ານບຸນຍັງວໍລະຈິດເລຂາທິການໃຫ່ຍ, ປະເທດປະເທດແຫ່ງ ສປປ.ລາວ; ພົບປະແລກປ່ຽນຄຳຄິດເຫັນກັບທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ; ເດີນທາງໄປຢ້ຽມຢາມແລະ ເຮັດວຽກຢູ່ ແຂວງວຽງຈັນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນແລະທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ຮ່ວມກັນເປັນປະທານກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ນະໂຍບາຍກົດໝາຍວ່າດ້ວຍການສຶກສາວິຊາຊີບ ແລະການແກ້ໄຂດ້ານວຽກເຮັດງານທຳ” ແລະ “ວຽກງານສົມທົບກັນແກ້ໄຂການຮ້ອງທຸກ, ຮ້ອງຟ້ອງລະຫວ່າງບັນດາສຳນັກງານ ສະພາແຫ່ງຊາດແລະລັດຖະບານ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ”. ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ກໍ່ໄດ້ລົງກວດກາຄວາມຄືບໜ້າການປະຕິບັດໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ທີ່ພວມດຳເນີນການກໍ່ສ້າງຢູ່ ນະຄອນຫຼວງວຽງຈັນ; ພົບປະບັນດາພະນັກງານ, ກຳມະກອນແມ່ທັບ 11, ກະຊວງປ້ອງກັນປະເທດຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top