• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ

ວັນທີ 05 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີອີຕາລີ Giuseppe Conte. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີີວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນ ເພື່ອແນໃສ່ເຮັດໃຫ້ບັນດາເນື້ອໃນການຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອີຕາລີ ເລິກເຊິ່ງຂຶ້ນຕື່ມ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ ທ່ານນາຍົກລັດຖະມົຕີ ແລະ ລັດຖະບານ ອີຕາລີ ຊ່ວຍຊຸກຍູ້ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບໂດຍໄວ. ກ່ຽວກັບການຮ່ວມມືລັດຖະສະພາ, ທ່ານນາງ ຫງວຽນທິກິມເງິນ ສະເໜີສະພາແຫ່ງຊາດສອງປະເທດ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ກໍຄືສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ. ຕີລາຄາສູງຫຼັກໝັ້ນຂອງ ອີຕາລີ ກ່ຽວກັບທະເລຕາເວັນອອກ, ທ່ານນາງປະທານສະພາແຫ່ງຊາດ ກໍສະເໜີ ອີຕາລີ ພ້ອມກັບ ອີຢູ ສືບຕໍ່ສະໜັບສະໜູນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານບັນດາຫຼັກການຂອງກົດໝາຍສາກົນ.

        ສ່ວນທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ກໍຢັ້ງຢືນວ່າ ອີຕາລີ ຈະສະໜັບສະໜູນສັນຍາການຄ້າເສລີ ລະຫວ່າງຫວຽດນາມ -  ອີຢູ ພ້ອມທັງເຊື່ອໝັ້ນວ່າ ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ ຈະແມ່ນເຄື່ອງມືທີ່ມີລັກສະນະເປັນແກ່ນສານເພື່ອເພີ່ມທະວີການພົວພັນດ້ານເສດຖະກິດເວົ້າສະເພາະ ແລະ ການພົວພັນລະຫວ່າງສອງປະເທດເວົ້າລວມ. ທ່ານນາຍົກລັດຖະມົນຕີ Giuseppe Conte ກໍເນັ້ນໜັກວ່າ ອີຕາລີ ສະໜັບສະໜູນຫວຽດນາມ ອອກສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top