• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະແລກກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ

      ວັນທີ 12 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນ ພົບປະແລກກັບທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ
      ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນ: ຫວຽດນາມ ມີຄວາມປາດຖະຫນາ ແລະ ສະຫນັບສະຫນູນ ຈີນ ພັດທະນາຍິ່ງໃຫຍ່, ເຂັ້ມແຂງ, ເສີມຂະຫຍາຍບົດບາດຕັ້ງຫນ້າ ແລະປະກອບສ່ວນຢ່າງແທດຈິງໃຫ້ແກ່ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະໃນໂລກ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເຫນີ ສອງຝ່າຍຮັກສາການແລກປ່ຽນແລະພົບປະລະຫວ່າງການນຳຂັ້ນສູງສອງປະເທດເປັນປະຈຳ, ແລກປ່ຽນ, ຊີ້ນຳແກ້ໄຂບັນດາບັນຫາສຳຄັນຍິ່ງໃນການພົວພັນລະຫວ່າງສອງປະເທດຢ່າງທັນການ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ຮັກສານ້ຳໃຈມິດຕະພາບ ແລະ ທ່າພັດທະນາຢ່າງປອດໃສ, ສະຖຽນລະພາບຂອງການພົວພັນຫວຽດນາມ - ຈີນ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເຫັນດີ ຄວນປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການພົບປະແລກປ່ຽນຜູ້ແທນຂັ້ນສູງ, ຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງແທດຈິງ, ຊຸກຍູ້ດ້ານການຄ້າໃຫ້ພັດທະນາຢ່າງດຸ່ນດ່ຽງ, ໝັ້ນຄົງກໍ່ຄືບັນດາຂົງເຂດພື້ນຖານໂຄງລ່າງ, ກຳລັງຄວາມສາມາດການຜະລິດ, ການກໍ່ສ້າງເຂດຮ່ວມມືເສດຖະກິດຜ່ານຊາຍແດນ ແລະ ບັນດາໂຄງການໃຫຍ່, ເປີດກວ້າງການພົບປະແລກປ່ຽນປະຊາຊົນ, ລະຫວ່າງຊາວຫນຸ່ມສອງປະເທດ, ບັນດາອົງການສື່ມວນຊົນເພື່ອແນໃສ່ເພິ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ພ້ອມກັນຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ.  
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມໃຫຍ່​ອົງ​ຄະ​ນະ​ພັກ​ຕາ​ແສງ ເຫງ້ຍ​ຈູ, ແຂວງ​ຮຶງ​ອຽນ

ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ແຂວງ ຮຶງອຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ ເຂົ້າຮ່ວມ ແລະ ຊີ້ນຳຢູ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຄັ້ງທີ 1 ຕາແສງ ເຫງ້ຍຈູ ອາຍຸການ 2025 – 2030.

Top