ທ່ານນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ກ່າວປາໄສທີ່ການພົບປະ
ກັບນັກສຶກສາ ລາວ ທີ່ພວມຮຳ່ຮຽນຢູ່ແຂວງ ເຊີນລາ. ພາບ: ຫວຽດເກື່ອງ/VNP
ໃນຕອນເຊົ້າວັນທີ 5 ກໍລະກົດ 2017, ໃນກອບຂອງການຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີ ແຫ່ງ
ວັນສ້າງຕັ້ງການພົວພັນທາງດ້ານການທູດ ຫວຽດນາມ-ລາວ ຢູ່ ຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ສະພາແຫ່ງຊາດ ສປປ ລາວ ໄດ້ມີການພົບປະກັບນັກສຶກສາ ລາວ ທີ່ພວມຮ່ຳຮຽນ ຢູ່ແຂວງເຊີນລາ.
ໃນການພົບປະ, ການນຳແຂວງ ເຊີນລາ ໃຫ້ຮູ້ວ່າ ໃນໄລຍະຜ່ານມາແຂວງ ເຊີນລາ ກໍ່ສ້າງໄດ້ນັກສຶກສາ ລາວ ທັງໝົດ 1.720 ຄົນ, ໃນນັ້ນ ນັກສຶກສາ 654 ຄົນຮຽນຈົບ ແລະ ຮັບໃບປະກາດແລ້ວ, ຍັງເຫຼືອນັກສຶກສາ 1.066 ຄົນ ພວມສືບຕໍ່ການຮຳ່ຮຽນ.
ແຕ່ປີ 2011 ມາເຖິງປະຈຸບັນ, ແຂວງ ເຊີນລາ ກໍ່ໄດ້ສົ່ງນັກສຶກສາ 49 ຄົນໄປຮຽນຢູ່ ລາວ. ຫຼັງຈາກຮຽນຈົບແລ້ວ, ຈຳນວນນັກສຶກສາ ດັ່ງກ່າວ ກໍ່ກັບມາເຮັດວຽກ ແລະ ໄດ້ມີການປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ ແລະ ພັດທະນາແຂວງ ເຊີນລາ.
ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ ຫວຽດນາມ, ເປັນຕົ້ນແມ່ນຂອງແຂວງ ເຊີນລາ ໃຫ້ແກ່ການເຄື່ອນໄຫວບຳລຸງສ້າງນັກສຶກສາ ລາວ ໃນໄລຍະຜ່ານມາ. ທ່ານນາງປະທານສະພາແຫ່ງຊາດ ລາວ ໃຫ້ຮູ້ວ່າ ພັກ ແລະ ລັດຖະບານ ລາວ ມີຄວາມເອົາໃຈໃສ່ເຖິງ ການສຶກສາ, ສະນັ້ນ ຈຶ່ງມີບັນດານະໂຍບາຍ, ຍຸດທະສາດ ແລະ ການຮ່ວມ ມືໃນຂົງເຂດບຳລຸງສ້າງແຫຼ່ງຊັບພະຍາກອນ ມະນຸດ. ພິເສດ, ພັກ ແລະ ລັດຖະບານ ລາວ ໄດ້ຖືຮຸ່ນໜຸ່ມເປັນແຫຼ່ງກຳລັງ ທີ່ສຳຄັນ, ເພາະສະນັ້ນ, ຄຸນນະພາບ ໃນການຮຳ່ຮຽນຂອງ ນັກສຶກສາໃນປະຈຸບັນ ເປັນພື້ນຖານເພື່ອສ້າງສາປະເທດຊາດ ໃນອະນາຄົດ.
ທ່ານນາງປະທານສະພາແຫ່ງຊາດ ລາວ ສະເໜີວ່າ ແຂວງ ເຊີນລາຈົ່ງເອົາໃຈໃສ່ເຖິງຄຸນນະພາບຂອງນັກສຶກສາ, ທຶນການສຶກສາກໍ່ຕ້ອງຄັດເລືອກຜ່ານການສອບເສັງເພື່ອຮັບປະກັນຄວາມ ສະເໝີພາບ; ວຽກງານ ບຳລຸງສ້າງຕ້ອງຕອບສະໜອງໄດ້ການພັດທະນາໃນປະຈຸບັນ, ຕິດພັນກັບຈຸດພິເສດ, ທ່າແຮງ ສະເພາະຢູ່ທ້ອງຖິ່ນແຕ່ລະແຫ່ງຂອງ ລາວ.

ປະຕິບັດ: ຫວຽດເກື່ອງ/VNP